ຫວຽດນາມ ສືບຕໍ່ມານະພະຍາຍາມປະຕິບັດບັນດາຈຸດໝາຍສະຫັດສະຫວັດ
20/03/2013 08:38
ກອງປະຊຸມສຳມະນາແມ່ນໝາກຜົນພາຍຫລັງເກືອບ 3 ເດືອນ ທີ່ບັນດາອົງການຂອງ ສປຊ ຢູ່ ຫວຽດນາມ ປະຕິບັດບັນດາການທາບທາມຄຳເຫັນກັບ 8 ໝວດເປົ້າໝາຍໃນສັງຄົມ

(vovworld) - ໝາກຜົນຂອງການທາບທາມຄຳເຫັນຄັ້ງຕ່າງໆ ກັບບັນດາພົນລະເມືອງ ຫວຽດນາມ ກ່ຽວກັບອະນາຄົດຊື່ງເຂົາເຈົ້າປາດຖະຫນາ ໂດຍ ສປຊ ຫນູນຊ່ວຍ ຊື່ງຖືກນຳມາສະເຫນີໃນກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ: “ການທາບທາມຄຳເຫັນແຫ່ງຊາດກ່ຽວກັບໂຄງການພັດທະນາພາຍຫລັງປີ 2015” ທີ່ດຳເນີນໄປຢູ່ ຮ່າໂນ້ຍ. ທ່ານນາງ Pratibha Mehta ພາບ:internet ກອງປະຊຸມສຳມະນາແມ່ນໝາກຜົນພາຍຫລັງເກືອບ 3 ເດືອນ ທີ່ບັນດາອົງການຂອງ ສປຊ ຢູ່ ຫວຽດນາມ ປະຕິບັດບັນດາການທາບທາມຄຳເຫັນກັບ 8 ໝວດເປົ້າໝາຍໃນສັງຄົມ ແນໃສ່ປະກອບຄຳເຫັນໃຫ້ສປຊ ຕົກລົງກ່ຽວກັບໂຄງການພັດທະນາຂອງໂລກພາຍຫລັງປີ 2015. ທີ່ກອງປະຊຸມສຳມະນາ, ທ່ານນາງ Pratibha Mehta ຜູ້ປະສານງານປະຈຳ ສປຊ ຢູ່ ຫວຽດນາມ ຊີ້ແຈງວ່າ: ຫວຽດນາມ ພວມປະເຊີນຫນ້າກັບສິ່ງທ້າທາຍໃຫຍ່ຫລາຍຢ່າງ ພິເສດ ໃນສະພາບການພື້ນຖານເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກ ແລະ ການກະທົບຈາກການປ່ຽນແປງຂອງດິນຟ້າອາກາດນັບມື້ນັບຈະແຈ້ງ ແລະ ຮ້າຍແຮງ. ທ່ານນາງ Pratibha Mehta ໃຫ້ຮູ້ວ່າ:
TAG
ສະຫັດສະຫວັດ
Related
More





