ຫວຽດນາມ ອວຍພອນ 57 ປີ ແຫ່ງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ.
22/03/2012 08:46
ທ່ານ Ta Minh Chau ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ເຂົ້າອວຍພອນເນື່ອງໃນໂອກາດລະນຶກ 57 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/3/1955 - 22/3/2012)

ທ່ານ Ta Minh Chau ອວຍພອນທ່ານບຸນປອນ ບຸດຕະນະວົງ ເນື່ອງໃນໂອກາດລະນຶກ 57 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ພາບ:vietnamplus.vn (vovworld) - ຕອນບ່າຍວັນທີ 21/3 ຢູ່ ນະຄອນຫລວງວຽງຈັນ, ທ່ານ ບຸນປອນ ບຸດຕະນະວົງ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວຫນ້າຫ້ອງວ່າການສູນກາງພັກ ໄດ້ໃຫ້ການຕ້ອນຮັບທ່ານ Ta Minh Chau ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ເຂົ້າອວຍພອນເນື່ອງໃນໂອກາດລະນຶກ 57 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/3/1955 - 22/3/2012). ທ່ານເອກອັກຄະລັດຖະທູດ Ta Minh Chau ສົ່ງຄຳອວຍພອນໄຊອັນປະເສີດມາຍັງການນຳ, ຄະນະບໍລິຫານງານສູນກາງພັກ ແລະ ສະມາຊິກພັກປະຊາຊົນປະຕິວັດລາວທຸກຖ້ວນຫນ້າ. ທ່ານ ບຸນປອນ ບຸດຕະນະວົງ ຢືນຢັນວ່າ: ບັນດາໄຊຊະນະຊຶ່ງປະຊາຊົນລາວ ຍາດມາໄດ້ໃນຕະຫລອດ 57 ປີຜ່ານມາແມ່ນບໍ່ອາດຕັດແຍກອອກຈາກການຊ່ວຍເຫລືອອັນບໍລິສຸດຜຸດຜ່ອງ ແລະ ມີປະສິດທິຜົນຂອງຫວຽດນາມໄດ້.
TAG
Ta Minh Chau
Related






