ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຕາມສົນທິສັນຍາ CEDAW
19/04/2016 10:37
ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຕາມສົນທິສັນຍາ CEDAW
(ຫວຽດນາມ ປະຕິບັດບັນດາການເຄື່ອນໄຫວເພື່ອໃຫ້ ຄວາມສະເໝີພາບລະຫວ່າງຍິງ-ຊາຍ) (vovworld) -ວັນທີ 19/4 ຢູ່ຮ່າໂນ້ຍ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບອົງການສະຫະປະຊາຊາດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງປະຈຳຫວຽດນາມໄດ້ຈັດຕັ້ງເວທີປາໄສລະດັບຊາດ, ເພື່ອແນໃສ່ຫວນຄືນວິວັດການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງຜ່ານສົນທິສັນຍາກ່ຽວກັບການລົບລ້າງທຸກຮູບການຈຳແນກ ການປະພຶດຕໍ່ແມ່ຍິງ (CEDAW). ຜ່ານ 10 ປີແຫ່ງການປະຕິບັດ CEDAW, ຫວຽດນາມບັນລຸໄດ້ຫຼາຍຜົນງານພໍສົມຄວນ ໃນວຽກງານລົບລ້າງທຸກຮູບການຈຳແນກການປະພຶດຕໍ່ແມ່ຍິງ. ເປັນຄັ້ງທຳອິດທີ່ຫວຽດນາມມີປະທານສະພາແຫ່ງຊາດເປັນແມ່ຍິງ, 50% ບັນດາກະຊວງ, ຂະແໜງການ, ອົງການສູນກາງມີແມ່ຍິງເປັນການນຳຫຼັກແຫຼ່ງ,. ອັດຕາສ່ວນແຮງງານຍິງຮັກສາຢູ່ໃນລະດັບສູງແມ່ນ 79%, ຖືກຈັດອັນດັບ 21/145 ປະເທດ ກ່ຽວກັບຊ່ອງວ່າງລະຫວ່າງຍິງ - ຊາຍໃນການອອກແຮງງານ. ກ່າວຄວາມເຫັນທີ່ເວທີປາໄສ, ທ່ານ ຫງວຽນຈ້ອງດ່າມ, ລັດຖະມົນຕີຊ່ວຍວ່າການ ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ວ່າ: ລັດ ຫວຽດນາມຍາມໃດກໍ່ໃຫ້ຄຳໝັ້ນສັນຍາ ແລະ ຕັດສິນໃຈຍູ້ແຮງການປະຕິບັດວຽກງານຮັກສາຄວາມສະເໝີພາບລະຫວ່າງຍິງ -ຊາຍ ແລະ ຮັບປະກັນສິດຂອງແມ່ຍິງ ແລະ ເດັກນ້ອຍ. “
TAG
vovworld
ຄວາມສະເໝີພາບລະຫວ່າງຍິງ-ຊາຍ
Related
More





