ຫວຽດນາມນັບມື້ນັບເຊື່ອມໂຍງເຂົ້າກັບເສດຖະກິດໂລກ
04/10/2014 09:24
(vovworld)-ທ່ານ ຫງວຽນຈູງແທງ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ, WTO

ທ່ານ ຫງວຽນຈູງແທງເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ photo:baotintuc.vn (vovworld)- ວັນທີ 3/10, ທີ່ເວທີປາໄສເປີດປີ 2014 ຖືກຈັດຂຶ້ນຢູ່ສຳນັກງານ ອົງການການຄ້າໂລກ(WTO), ທ່ານ ຫງວຽນຈູງແທງ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ, WTO ແລະ ບັນດາອົງການສາກົນອື່ນ ຢູ່ ເຊີແນວ ປະເທດ ສະວິດ ໄດ້ມີບົດບັນລະຍາຍກ່ຽວກັບສະພາບການພັັດທະນາເສດຖະກິດຂອງຫວຽດນາມ ໃນການຄ້າສາກົນ, ກາລະໂອກາດ ແລະ ສິ່ງທ້າທາຍ. ເອກອັກຄະລັດຖະທູດ ຫງວຽນຈູງແທງ ເນັ້ນຫນັກເຖິງບົດບາດຂອງການຄ້າສາກົນໃນຜົນສຳເລັດຂອງເສດຖະກິດຫວຽດນາມ ໃນຊຸມປີມໍ່ໆມານີ້. ພາຍຫລັງ 15 ປີ ແຫ່ງວັນເຂົ້າເປັນສະມາຊິກອົງການການຄ້າໂລກ, ຍອດວົງເງິນການຄ້າຂອງຫວຽດນາມ ເພີ່ມຂຶ້ນ 10 ເທົ່າ. ສຳລັບບັນດານັກລົງທຶນຕ່າງປະເທດ, ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດຂະຫຍັນຂັນເຄື່ອນກວ່າໝູ່ຢູ່ ອາຊີ, ມີແຫລ່ງຊັບພະຍາກອນທຳມະຊາດອຸດົມສົມບູນ. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນໝາຍສືບຕໍ່ປະຕິຮູບເສດຖະກິດ, ສະຖຽນລະພາບດ້ານການເມືອງ, ສ້າງຄວາມເຫັນດີເຫັນພ້ອມສັງຄົມໃນນະໂຍບາຍເສດຖະກິດ ແລະ ແມ່ນສະຖານທີ່ທ່ອງທ່ຽວປອດໄພ ແລະ ລາຍຈ່າຍຕ່ຳໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ.
TAG
vovworld/ກາລະໂອກາດ
Related
More





