VOV WorldVOV World
ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນສະຫະສະມາຄົມຫໍພິພິດທະພັນແຫ່ງຊາດອາຊີ
07/10/2013 10:31
(vovworld)- ກອງ​ປະຊຸມ​ຄັ້ງ​ທີ 4 ສະຫະ​ສະມາຄົມ​ຫໍພິພິດທະພັນ​ແຫ່ງ​ຊາດ ອາຊີ (ANMA4) ​ຖືກ​ໄຂ​ຂຶ້ນ
ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນສະຫະສະມາຄົມຫໍພິພິດທະພັນແຫ່ງຊາດອາຊີ
ຫໍພິພິດທະພັນປະຫວັດສາດແຫ່ງຊາດຫວຽດນາມ ພາບ:internet (vovworld)- ກອງ​ປະຊຸມ​ຄັ້ງ​ທີ 4 ສະຫະ​ສະມາຄົມ​ຫໍພິພິດທະພັນ​ແຫ່ງ​ຊາດ ອາຊີ (ANMA4) ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/10 ຢູ່ ຮ່າ​ໂນ້ຍ. ກອງ​ປະຊຸມ​ດັ່ງກ່າວ​ຖືກ​ຈັດ​ຂຶ້ນ​ເພື່ອ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື​ແລກປ່ຽນ​ລະຫວ່າງ​ບັນດາ​ຂົງ​ເຂດ​ຄື: ຖະ​ແຫລ​ງຂ່າວ, ​ແຫ​ລ່ງຊັບພະຍາກອນ​ມະນຸດ, ການວາງສະ​ແດງ. ​ໃນ​ວາລະ​ປະຊຸມ​ຕົ້ນຕໍ, ບັນດາ​ບົດ​ປະກອບ​ຄ​ຳຄິດ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໄດ້​ສຸມ​ໃສ່​ເຂົ້າ 3 ຫົວ​ເລື່ອງ​ຄື: ຫໍພິພິດທະພັນ​ປະກອບສ່ວນ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມໍລະດົກ;​ຫໍພິພິດທະພັນ​ກັບ​ການທ່ອງທ່ຽວ​ມໍລະດົກ ​ແລະ ບົດບາດ​ການ​ສຶກສາ​ຂອງ​ຫໍພິພິດທະພັນ.  ດຣ ຫວູ​ແມ້ງ​ຮ່າ, ຮອງ​ຜູ້ອຳນວຍການ​ຫໍພິພິດທະພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ:        
TAG
vovworld/vov/ຫໍພິພິດທະພັນ​ແຫ່ງ​ຊາດ

More