ອິດສະຣາແອນ ຍົກອອກເງື່ອນໄຂເຊື່ອມຕໍ່ການເຈລະຈາກັບປາແລັດສຕິນຄືນໃໝ່
30/08/2014 10:42
(vovworld)- ວັນທີ 29/8, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netayahu ໄດ້ຮຽກຮ້ອງປະທານາທິບໍດີ ປາແລັດສຕິນ Abbas ....

ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netayahu (vovworld)- ວັນທີ 29/8, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netayahu ໄດ້ຮຽກຮ້ອງປະທານາທິບໍດີ ປາແລັດສຕິນ Abbas ຈົ່ງຕັດສາຍພົວພັນກັບກຸ່ມຮາມາດເພື່ອເປີດຊ່ອງທາງເຊື່ອມຕໍ່ການເຈລະຈາສັນຕິພາບຢູ່ຕາເວັນອອກກາງຄືນໃໝ່. ຈຸດປະສົງຂອງທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netayahu ແມ່ນຢາກໃຫ້ປະທານາທິບໍດີ ປາແລັດສຕິນ Abbas ເລືອກເອົາວິທີລົບລ້າງລັດຖະບານສາມັກຄີແຫ່ງຊາດ ຊຶ່ງໄດ້ຮັບການສ້າງຕັ້ງເມື່ອຕົ້ນປີ 2013. ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netayahu ຍັງປາຖະໜາຈະມີການຮ່ວມມືກັບ ປະທານາທິບໍດີປາແລັດສຕິນ Abbas ໃນວິວັດທະນາການການທູດ. ກ່ອນໜ້ານັ້ນ, ອິດສະຣາແອນ ໄດ້ໂຈະການເຈລະຈາກ່ຽວກັບຂໍ້ຕົກລົງສັນຕິພາບກັບອຳນາດການປົກຄອງປາແລັດສຕິນພາຍຫຼັງທີ່ປາແລັດສຕິນໄດ້ສ້າງຕັ້ງລັດຖະບານສາມັກຄີແຫ່ງຊາດໂດຍມີການເຂົ້າຮ່ວມຂອງກຸ່ມຮາມາດ.
TAG
vov/vovworld/ເຈລະຈາ
Related
More






