IMF ຫຼຸດການຄາດຄະເນການເຕີບໂຕທົ່ວໂລກ 2026
15/04/2026 07:55
[VOVWORLD] - IMF ກໍ່ໃສ່ໃຈວ່າ ກ່ອນທີ່ຈະເກີດການປະທະກັນຢູ່ ຕາເວັນອອກກາງ, ເສດຖະກິດທົ່ວໂລກມີການຜັນແປທີ່ຕັ້ງໜ້າກວ່າການຄາດຄະເນ ດ້ວຍທ່າເຕີບໂຕທີ່ໄດ້ຮັບຄວາມຫວັງວ່າດີພໍສົມຄວນໃນປີ 2026.

ວັນທີ 14 ເມສາ, ກອງທຶນເງິນຕາສາກົນ (IMF) ໄດ້ປະກາດບົດລາຍງານ “ແງ່ຫວັງເສດຖະກິດໂລກ”, ໃນນັ້ນໄດ້ຫຼຸດການຄາດຄະເນລະດັບເຕີບໂຕເສດຖະກິດທົ່ວໂລກປີ 2026 ແລະ ກ່າວເຕືອນບັນດາຜົນສະທ້ອນຫຍໍ້ທໍ້ທີ່ອາດຈະເກີດຂຶ້ນຍ້ອນການປະທະກັນຢູ່ ຕາເວັນອອກກາງ. IMF ຄາດຄະເນວ່າ ລະດັບເຕີບໂຕທົ່ວໂລກພຽງບັນລຸ 3,1% ໃນປີ 2026, ຫຼຸດລົງ 0,2 ຄະແນນ% ເມື່ອທຽບໃສ່ການຄາດຄະເນທີ່ໄດ້ຍົກອອກມາໃນເດືອນ ມັງກອນ. IMF ໃສ່ໃຈວ່າ, ເລື່ອງດັດປັບການຄາດຄະເນດັ່ງກ່າວໂດຍອີງໃສ່ການສົມມຸດຖານວ່າ ການປະທະກັນຢູ່ ຕາເວັນອອກກາງ ຈະຢູ່ໃນໄລຍະ “ສັ້ນໆ”. IMF ກໍ່ໃສ່ໃຈວ່າ ກ່ອນທີ່ຈະເກີດການປະທະກັນຢູ່ ຕາເວັນອອກກາງ, ເສດຖະກິດທົ່ວໂລກມີການຜັນແປທີ່ຕັ້ງໜ້າກວ່າການຄາດຄະເນ ດ້ວຍທ່າເຕີບໂຕທີ່ໄດ້ຮັບຄວາມຫວັງວ່າດີພໍສົມຄວນໃນປີ 2026. ເຖິງຢ່າງໃດກໍ່ຕາມ, ການປະທະກັນຢູ່ ຕາເວັນອອກກາງ ພວມເຮັດໃຫ້ທຸກການຄາດຄະເນກ່ອນນັ້ນຖືກຕ່າວປິ້ນ.
TAG
VOV/VOVWORLD/ຄວາມຫວັງ/ພໍສົມຄວນ/ເຕີບໂຕ
Related
More





