IMF ຮຽກຮ້ອງໃຫ້ພາກພື້ນນຳໃຊ້ ສະກຸນເງິນ ເອີໂຣ ຈົ່ງເຄື່ອນໄຫວເພື່ອຊຸຍູ້ການເຕີບໂຕ
23/05/2012 07:10
ທ່ານນາງ Lagarde ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນຖືວ່າ: ເພື່ອສະກັດກັ້ນວິກິດການຫນິ້ສິນ, ບັນດາປະເທດສະມາຊິກສະຫະພາບເອີລົບ ຕ້ອງແບ່ງປັນຄວາມຮັບຜິດຊອບດ້ານການເງິນຫລາຍກວ່າ
ທ່ານນາງ Christine Lagarde ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ ພາບ:internet (vovworld) - ພາກພື້ນນຳໃຊ້ສະກຸນເງິນ ເອີໂຣ ຄວນມີການເຄື່ອນໄຫວຫລາຍກວ່າເພື່ອຊຸກຍູ້ການເຕີບໂຕເສດຖະກິດ ແລະ ບັນດາລັດຖະບານໃນພາກພື້ນ ຕ້ອງຮັບຮູ້ຄວາມຮັບຜິດຊອບທາງດ້ານກົດໝາຍສຳລັບບັນດາບ້ວງຫນິ້ສິນນຳກັນຫລາຍກວ່າ. ນີ້ແມ່ນຄຳຮຽກຮ້ອງໂດຍທ່ານນາງ Christine Lagarde ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) ຍົກອອກໃນວັນທີ 22/5 ກ່ອນດຳເນີນກອງປະຊຸມສຸດຍອດສະຫະພາບເອີລົບ ເຊິ່ງຈັດຂຶ້ນຢ່າງເປັນທາງການຢູ່ ນະຄອນ ບຣຸກແຊນ ປະເທດແບນຊິກ. ທ່ານນາງ Lagarde ຖືວ່າ: ເພື່ອສະກັດກັ້ນວິກິດການຫນິ້ສິນ, ບັນດາປະເທດສະມາຊິກສະຫະພາບເອີລົບ ຕ້ອງແບ່ງປັນຄວາມຮັບຜິດຊອບດ້ານການເງິນຫລາຍກວ່າ ແລະ ຫນຶ່ງໃນບັນດາການມາດຕະການເພ່ືອແບ່ງປັນບ້ວງຫນິ້ສິນນັ້ນແມ່ນ ຈຳຫນ່າຍພັນທະບັດພາກພື້ນນຳໃຊ້ສະກຸນເງິນເອີໂຣ.
TAG
IMF
Related





