VOV WorldVOV World
ອິນ​ເດຍ ແລະ ຝ​ລັ່ງ ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທົ່ວ​ໂລກ​ແບບ​ພິ​ເສດ
18/02/2026 07:48
(VOVWORLD) - ວັນທີ 17 ກຸມພາ ຢູ່ Mumbai, ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ອອກຖະແຫຼງການຮ່ວມ ຍົກລະດັບສາຍພົວພັນສອງຝ່າຍຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດທົ່ວໂລກແບບພິເສດ” ຢ່າງເປັນທາງການ, ແນໃສ່ຊຸກຍູ້ສະຖຽນລະພາບ, ຄວາມວັດທະນະຖາວອນ ແລະ ການຮ່ວມມືທົ່ວໂລກໃນສະພາບການໂລກມີການຜັນແປຫຼາຍຢ່າງ.
ອິນ​ເດຍ ແລະ ຝ​ລັ່ງ ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທົ່ວ​ໂລກ​ແບບ​ພິ​ເສດ
  ໃນການຖະແຫຼງການຮ່ວມ, ທ່ານ Narendra Modi ຢັ້ງຢືນວ່າ ອິນເດຍ ແລະ ຝລັ່ງ ໄດ້ກ້າວເຂົ້າສູ່ສັງກາດໃໝ່ ທີ່ມີລັກສະນະຍຸດທະສາດ, ຮອບດ້ານ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະຖຽນລະພາບ ແລະ ພັດທະນາຂອງພາກພື້ນກໍຄືທົ່ວໂລກ. ສອງຝ່າຍເຫັນດີເປີດກວ້າງການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ, ພະລັງງານສະອາດ, ອາວະກາດ, ເຕັກໂນໂລຢີຫາກໍ່ພົ້ນເດັ່ນ ແລະ ນະວັດຕະກຳ, ພ້ອມທັງປຸກລະດົມ “ປີແຫ່ງນະວັດຕະກຳ ອິນເດຍ - ຝລັ່ງ” ກັບບັນດາສູນຄົ້ນຄວ້າ ແລະ ການເຊື່ອມຕໍ່ວິສາຫະກິດ, startup, ນັກສຶກສາ ແລະ ນັກວິທະຍາສາດຂອງສອງປະເທດ.         ສິ່ງທີ່ໜ້າສົນໃຈແມ່ນ, ສອງຝ່າຍໄດ້ເປີດນຳໃຊ້ຕ່ອງໂສ້ປະກອບເຮຶອບິນ ເຮລີກອັບແຕ Airbus H125 ຢູ່ ອິນເດຍ, ຮັບໃຊ້ຄວາມຕ້ອງການພາຍໃນປະເທດ ແລະ ສົ່ງອອກສາກົນ.         ການນຳສອງທ່ານກໍຢັ້ງຢືນຄືນຄຳໝັ້ນສັນຍາຕໍ່ກັບລັດທິຫຼາຍຝ່າຍ, ປະຕິຮູບລະບອບລະບຽບການທົ່ວໂລກ, ສັນຕິພາບຢູ່ ຢູແກຼນ, ອາຊີຕາເວັນຕົກ ແລະ ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ພ້ອມທັງຕັດສິນໃຈຕ້ານການກໍ່ການຮ້າຍດ້ວຍທຸກວິທີທາງ.
TAG
VOV/VOVworld/ປີ​ແຫ່ງ​ນະ​ວັດ​ຕະ​ກຳ ອິນ​ເດ​ຍ - ຝ​ລັ່ງ/​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທົ່ວ​ໂລກ​ແບບ​ພິ​ເສດ

More