ການສົ່ງອອກຂອງຫວຽດນາມຈະເພີ່ມຂຶ້ນ 13% ໃນປີ 2012
29/01/2012 09:25
ປີ 2012 ການສົ່ງອອກຂອງຫວຽດນາມຈະເພີ່ມຂຶ້ນ 13% ເມື່ອທຽບກັບປີ 2011 ແລະບັນລຸວົງເງິນສົ່ງອອກປະມານ 108 ຕື້ໂດລາສະຫະລັດ

ປີ 2012 ການສົ່ງອອກຂອງຫວຽດນາມຈະເພີ່ມຂຶ້ນ 13% ເມື່ອທຽບກັບປີ 2011 ແລະບັນລຸວົງເງິນສົ່ງອອກປະມານ 108 ຕື້ໂດລາສະຫະລັດ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມຫວູ໋ຮູຍຮ່ວາງ ຢືນຢັນວ່າ: ປີ 2012 ຂະແໜງອຸດສາຫະກຳ ການຄ້າ ຈະສຸມໃສ່ການຫັນປ່ຽນໂຄງປະກອບເສດຖະກິດ ຕິດພັນກັບການປ່ຽນໃໝ່ຮູບແບບການຈະເລີນເຈີບໂຕ; ຍົກສູງສະມັດຕະພາບ; ສ້າງສະພາບແວດລ້ອມແຫ່ງການແກ້ງແຍ້ງ, ສະເໝີພາບ, ຮັບໃຊ້ໃຫ້ແກ່ການພັດທະນາອຸດສາຫະກຳ ແລະການຄ້າ, ມານະພະຍາຍາມສຳເລັດບັນດາຄາດໝາຍໄດ້ວາງອອກໃຫ້ສູງກ່ວາປີ 2011. ເພື່ອຈຳກັດການນຳເຂົ້າ, ທາງກະຊວງຈະຄົ້ນຄ້ວານະໂຍບາຍສົ່ງເສີມການລົງທຶນຜະລິດສິນຄ້າສົ່ງອອກ ແລະຜະລິດສິນຄ້າແທນໃຫ້ສິນຄ້ານຳເຂົ້າ. ສືບຕໍ່ຜັນຂະຫຍາຍປະຕິບັດບັນດາມາດຕະການຍຸ້ແຮງການຜະລິດ, ການສົ່ງອອກ, ປ່ຽນໃໝ່, ປັບປຸງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ພິເສດແມ່ນບັນດາການເຄື່ອນໄຫວໃນໂຄງການສົ່ງເສີມການຄ້າແຫ່ງຊາດປີ 2012…. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມຫວູ໋ ຮູຍຮ່ວາງເນັ້ນໜັກວ່າ: “
Related
More





