ການເຄື່ອນໄຫວຂອງທ່ານ ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢູ່ ສເກົາຫຼີ
23/07/2013 06:49
.

(vovworld)- ຕອນບ່າຍວັນທີ 23/7, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານາງປະທານາທິບໍດີ ສເກົາຫຼີ Park Geun hye. ການນຳສອງທ່ານໃຫ້ຄຳໝັນສັນຍາຈະຊຸກຍູ້ການພົວພັນຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ສເກົາຫຼີ ກ່ວາອີກ. ການນຳສອງທ່ານສະແດງຄວາມພາກພູມໃຈເມື່ອເຫັນວ່າ ການພົວພັນລະຫວ່າງ ຫວຽດນາມ -ສເກົາຫຼີ ໃນ 21 ປີຜ່ານມາ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ພັດທະນາຢ່າງເລິກເຊິ່ງກ້ວາງຂວາງໃນທຸກຂົງເຂດ. ສອງປະເທດກາຍເປັນຄູ່ຮ່ວມມືທີ່ເຂົ້າອົກເຂົ້າໃຈ ແລະ ເຊື່ອມໝັ້ນຊື່ງກັນ ແລະ ກັນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢືນຢັນວ່າ: ການນຳ ແລະ ປຊຊ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື ແລະ ຄູ່ຮ່ວມມືຍຸກທະສາດກັບ ສເກົາຫຼີ. ສ່ວນທ່ານາງປະທານາທິບໍດີ ສເກົາຫຼີ Park Geun hye ກໍ່ໄດ້ເຫັນດີ ແລະ ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ ສັງຄົມຂອງໜວຽດນາມ ໃນໄລຍະຜ່ານມາ ແລະ ພາກພູມໃຈກ່ຽວກັບການພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດ ພິເສດແມ່ນນັບແຕ່ສອງຝ່າຍໄດ້ຍົກການພົວພັນເປັນຄູ່ຮ່ວມມືຍຸດທະສາດໃນປີ 2009. ການນຳສອງທ່ານເຫັນດີເປັນເອກະສັນຈະສືບຕໍ່ຮັກສາ ແລະ ເພີ່ມທະວີການຢ້ຽມຢາມ ແລະ ພົບປະຄັ້ງຕ່າງໆລະຫວ່າງການນຳຂັ້ນສູງ, ຂັ້ນຕ່າງໆ, ບັນດາຂະແໜງການ ແລະ ທ້ອງຖິ່ນສອງປະເທດ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ເພີ່ມທະວີການພົວພັນດ້ານເສດຖະກິດ, ລົງທຶນ, ການຄ້າ, ຮ່ວມມືພັດທະນາ, ການອອກແຮງງານ, ການທ່ອງທ່ຽວ….
TAG
ເຈລະຈາ/ສະພາແຫ່ງຊາດ
Related
More




