ການເຄື່ອນໄຫວສະເຫລີມສະຫລອງວັນສິ່ງແວດລ້ອມໂລກ2013
05/06/2013 09:23
ວັນທີ 5/6 ແມ່ນວັນສະເຫລີມສະຫລອງວັນສິ່ງແວດລ້ອມໂລກ 2013
ບັນດາທ້ອງຖິ່ນຕອບສະຫນອງວັນສິ່ງແວດລ້ອມໂລກ ພາບ: internet (vovworld)- ວັນທີ 5/6 ແມ່ນວັນສະເຫລີມສະຫລອງວັນສິ່ງແວດລ້ອມໂລກ 2013. ພາຍໃຕ້ຫົວຂໍ້ວ່າ: ຕ້ອງຄິດເຖິງສິ່ງແວດລ້ອມກ່ອນທີ່ນຳໃຊ້ອາຫານ”, ຫລາຍທ້ອງຖິ່ນຢູ່ຫວຽດນາມໄດ້ຈັດຕັ້ງບັນດາການເຄື່ອນໄຫວປຸກລະດົມປະຊາຊົນເອົາໃຈໃສ່ເຖິງການເລືອກເຟັ້ນ ແລະ ນຳໃຊ້ອາຫານບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ ແລະ ເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ. ຢູ່ເຂດທ່ອງທ່ຽວ ບ໋າຍໃຈ, ມີຊາວຫນຸ່ມ, ພະນັກງານ, ກຳມະກອນ ກວ່າ 700 ຄົນຢູ່ບັນດາອົງການ, ຫົວຫນ່ວຍຢູ່ບໍລິເວນນະຄອນ ຮ້າລອງ ແຂວງ ກວ໋າງນີງ ໄດ້ເຂົ້າຮ່ວມພິທີປຸກລະດົມວັນສິ່ງແວດລ້ອມໂລກ 2013, ຮຽກຮ້ອງວົງຄະນາຍາດຈົ່ງຮ່ວມແຮງຮ່ວມໃຈກໍ່ສ້າງນະຄອນທ່ອງທ່ຽວໃຫ້ຂຽວສະອາດ ແລະ ສວຍງາມ ມຸ່ງໄປເຖິງການພັດທະນາແບບຍືນຍົງ. ທ່ານ ຮ່ວາງແຢງເຊີນ, ຮອງຫົວຫນ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງ ກວ໋າງນີງ ໃຫ້ຮູ້ວ່າ:
TAG
ສິ່ງແວດລ້ອມ
Related
More






