ການເຄື່ອນໄຫວຢູ່ລັດເຊຍຂອງປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ
09/05/2015 10:47
(vovworld)- ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມລັດເຊຍ, ຕອນຄ່ຳວັນທີ 8/5, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ...

ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ພົບປະກັບບັນດາເພື່ອນລັດເຊຍ (vovworld)- ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມລັດເຊຍ, ຕອນຄ່ຳວັນທີ 8/5, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ພ້ອມກັບບັນດາການນຳຂັ້ນສູງ, ຜູ້ແທນປະເທດຕ່າງໆ ເຂົ້າຮ່ວມງານລ້ຽງຂ່ຳນັບຮັບຕ້ອນ 70 ປີແຫ່ງວັນໄຊຊະນະຟາດຊິດຂອງ ປະທານາທິບໍດີລັດເຊຍ ປູຕິນ. ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງໄດ້ພົບປະ ແລະ ໂອ້ລົມກັບວົງຄະນະຍາດຊາວຫວຽດນາມອາໄສຢູ່ມົດສະກູ. ທີ່ການພົບປະ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຫວັງວ່າ ບັນດານັກທຸລະກິດ, ວົງຄະນະຍາດຊາວຫວຽດນາມອາໄສຢູ່ມົດສະກູ ສືບຕໍ່ມີການປະກອບສ່ວນໃຫ້ແກ່ວົງຄະນະຍາດປະຈຳຖິ່ນ, ເຄົາລົບຄຳໝັ້ນສັນຍາການຄ້າທີ່ມີຕໍ່ຄູ່ຮ່ວມມື. ພ້ອມກັນຮັກສາອິດທິພົນຊື່ສຽງໃນການດຳເນີນທຸລະກິດ.
TAG
vov/vovworld/ລັດເຊຍ
Related
More






