ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນລະຍາ ພ້ອມດ້ວຍຄະ​ນະ​ຜູ້​ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ແຕ່ວັນທີ 08-11 ພະຈິກ. ນີ້ແມ່ນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຄັ້ງທຳອິດຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໃນຖານະຕຳ​ແໜ່ງໃໝ່, ​ພ້ອມ​ກັນ​ນັ້ນ ​ກໍ່​ແມ່ນການໄປຢ້ຽມຢາມ ຍີ່ປຸ່ນ ເປັນຄັ້ງທຳອິດຂອງ ​ເລ​ຂ​າ​ທິ​ການ​ໃຫຍ່ພັກ​ກອມ​ມູ​ນິດ ຫວຽດນາມ ພາຍ​ຫຼັງ​ 11 ປີ.

ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ເນື່ອງ​ໃນໂອກາດນີ້, ທ່ານ ຫງວຽນມິງວູ, ຮອງລັດ​ຖະ​ມົນ​ຕີກະຊວງການຕ່າງປະເທດ ຫວຽດ​ນາມ ໄດ້ໃຫ້ຮູ້ວ່າ ການຢ້ຽມຢາມ ມີ​ສາມຄວາມໝາຍຍຸດທະສາດທີ່ໂດດເດັ່ນ.

​ ທີ​ໜຶ່ງ​ແມ່ນ​ການ​ກຳ​ນົດ​ທິດທາງຍຸດທະສາດໂດຍລວມ ໃຫ້​ແກ່ການພັດທະນາ​ການພົວພັນ​ສອງຝ່າຍໃນໄລຍະໃໝ່. ທີສອງ, ​ຫັນ​ຈາກການຮ່ວມມືດ້ານ​ເສດ​ຖະ​ກິດ, ການຄ້າ, ການລົງທຶນທີ່ເປັນ​ປົກ​ກະ​ຕິ ໄປສູ່ການ​ເພີ​່​ມ​ທະ​ວີການເຊື່ອມ​ຕໍ່ລະຫວ່າງສອງ​ພື້ນ​ຖານເສດຖະກິດ, ​ຖືເປັນສຳຄັນກວ່າ​ເຖິງການຮ່ວມມື, ​ພ້ອມ​ກັນ​ສ້າງ​ສັນ, ຍົກ​ສູງ​ຄວາມ​ສາ​ມາດ​ເປັນ​ເຈົ້າ​ຕົນ​ເອງ​, ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ແຕ່​ລະ​ປະ​ເທດ. ທີສາມ, ສ້າງ​ກຳ​ລັງ​ໜູນ​ໃຫ້ແກ່ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸດ້ານວິ​ທະ​ຍາ​ສາດ - ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນປ່ຽນຮູບ​ແບບ​ການພັດທະນາ.

ກ່ອນການຢ້ຽມຢາມ, ທ່ານລັດຖະມົນຕີ Kihara Minoru, ຫົວໜ້າຫ້ອງ​ພາຍ​ໃນ​ລັດ​ຖະ​ບານ ຍີ່ປຸ່ນ, ໃຫ້​ຮູ້ວ່າ:

“ດ້ວຍຖານະທີ່ເປັນຄູ່ຮ່ວມມືຍຸດທະສາດ​ຢ່າງ​ຮອບ​ດ້ານ, ຍີ່ປຸ່ນ ແລະ ຫວຽດນາມ ບໍ່ພຽງແຕ່​ເພີ່ມ​ທະ​ວີ​ການ​ພົວພັນສອງຝ່າຍໃນ​ຫຼາຍ​ຂົງ​ເຂດເຂດ, ນັບແຕ່ຄວາມໝັ້ນຄົງ, ເສດຖະກິດ ຕະ​ຫຼອດ​ຮອດການພົບ​ປະ​ແລກ​ປ່ຽນປະຊາຊົນ​ເທົ່າ​ນັ້ນ, ​ຫາກຍັງ​ຍູ້​ແຮງການ​ຮ່ວມ​ມື​ຢູ່​ບັນ​ດາເວທີປາໄສສາ​ກົນ​ອີກ​ດ້ວຍ. ພວກ​ຂ້າ​ພະ​ເຈົ້າຫວັງວ່າ ການຢ້ຽມ​ຢາມ ຍີ່ປຸ່ນ ຄັ້ງນີ້ຈະເຮັດໃຫ້​ການ​ພົວ​ພັນມິດຕະພາບ ແລະ ການຮ່ວມມື​ລະ​ຫວ່າງສອງປະເທດ​ນັບມື້ຍິ່ງເລິກເຊິ່ງຍິ່ງຂຶ້ນ​ຕື່ມ”.

ໃນຂະນະນັ້ນ, ​ບັນ​ດາ​ວິ​ສາ​ຫະ​ກິດ ຍີ່ປຸ່ນ ເຊື່ອໝັ້ນວ່າ ການຢ້ຽມຢາມຢ່າງ​ເປັນ​ທາງ​ການຂອງ ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລີມ ແລະ ພັນລະຍາ ຈະສ້າງ​ເງື່ອນ​ໄຂໃຫ້ແກ່ການລົງນາມ ໃນສັນຍາຫຼາຍສະບັບທີ່ມີມູນຄ່າ​ນັບ​ຕື້ USD, ລະຫວ່າງສອງ​ປະ​ເທດ​ເສີມສ້າງໃຫ້ເຊິ່ງກັນແລະກັນ ເພື່​ອ​ພ້ອມ​ກັນ​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ຫຼາຍ​ຂົງ​ເຂ​ດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.