VOV WorldVOV World
ຂະ​ແໜງ​ນ້ຳມັນ​ອາຍ​​ແກັດ ຫວຽດນາມ ​ບັນລຸ​ໄດ້ 34 ຕື້ USD
15/12/2011 17:37
ຂະ​ແໜງ​ນ້ຳມັນ​ອາຍ​​ແກັດ ຫວຽດນາມ ມີ​ຍອດ​ຈຳນວນ​ລາຍ​ຮັບ​ກວມ​ເອົາ 20% ​ຫາ 25% GDP ​ຂອງທົ່ວ​ປະ​ເທດ ປີ 2011
ຂະ​ແໜງ​ນ້ຳມັນ​ອາຍ​​ແກັດ ຫວຽດນາມ ​ບັນລຸ​ໄດ້ 34 ຕື້ USD
ຂະ​ແໜງ​ນ້ຳມັນ​ອາຍ​​ແກັດ ຫວຽດນາມ ມີ​ຍອດ​ຈຳນວນ​ລາຍ​ຮັບ​ກວມ​ເອົາ 20% ​ຫາ 25% GDP ​ຂອງທົ່ວ​ປະ​ເທດ. ປີ 2011 ນີ້ລາຍ​ຮັບ​ຂອງ​ທົ່ວ​ຂະ​ແໜງ​ບັນລຸ​ໄດ້ 34 ຕື້ USD ​ແລະ​ ​ເສຍ​ພາສີ​ກວ່າ 7 ຕື້ USD. ຂະ​ແໜງ​ນ້ຳ​ນັນ​ອາຍ​ແກັດ ຫວຽດນາມ ​ໄດ້​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ຢູ່​ບັນດາ​ປະ​ເທດ​ຄື: ມາ​ເລ​ເຊຍ, ອານ​​ເຢຮີ, ຍີ​ປຸ່ນ, ອາ​ເມ​ລິ​ກາ, ສ.​ເກົາຫຼີ ​ແລະ ອື່ນໆ. ທ່ານ ຫວຽນ​ກວກ​​ເຖີບ, ຮອງ​ຜູ້ອຳນວຍການ​ໃຫຍ່ກຸ່ມ​ບໍລິສັດ​ນ້ຳມັ້ນອາຍ​ແກັ​ດ ຫວຽດນາມ ​ໃຫ້​ຮູ້​ວ່າ​ດ້ວຍ​ຂອບ​​ເຂດການເຄື່ອນ​ໄຫວ​ຢູ່ 18 ປະ​ເທດ, ​ໃນ​ໄລຍະ​ທີ​ຈະ​ມາ​ເຖິງ​ຂະ​ແໜງ​ນ້ຳມັ້ນອາຍ​ແກັດ​ ຫວຽ​ດນາມ ຈະ​ສືບ​ຕໍ່​ເປີດ​ກວ້າງ​ອອກ​ສູ່​ບັນດາ​​ພາກ​ພື້ນທີ່​ມີ​ຄວາມ​ສາມາດ​ບົມຊ້ອນ ​ແລະ ການ​ລົງທຶນຫຼາຍ​ຮູບ​​ແບບກັບ​ຄູ່​ຮ່ວມ​ມື​ໃຫຍ່. ທ່ານ ຫວຽນ​ກວກ​​ເຖີບ ​ເວົ້າ​ວ່າ.

More