VOV WorldVOV World
ຄະ​ນະ​ພັກການ​ທະ​ຫານ​ສູນ​ກາງ​ສະຫຼຸບວຽກ​ງານ​ການ​ທະ​ຫານ, ປ້ອງ​ກັບ​ຊາດ​ປີ 2019
02/12/2019 08:57
(VOVWORLD) - ວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງຈັດຕັ້ງກອງປະຊຸມ ສະຫຼຸບວຽກງານການທະຫານ, ປ້ອງກັນຊາດປີ 2019 ແລະ ຮັບຮອງເອົາຮ່າງມະຕິຊີ້ນຳນຳພາປະຕິບັດໜ້າທີ່ ປີ 2020.
ຄະ​ນະ​ພັກການ​ທະ​ຫານ​ສູນ​ກາງ​ສະຫຼຸບວຽກ​ງານ​ການ​ທະ​ຫານ, ປ້ອງ​ກັບ​ຊາດ​ປີ 2019
ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ (ພາບ: TTXVN)  ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງໂດຍຕາງໜ້າໃຫ້ແກ່ພັກ, ລັດ ໄດ້ຕີລາຄາສູງໝາກຜົນຂອງການຊີ້ນຳ, ນຳພາຂອງ ຄະນະພັກການທະຫານສູນກາງ ແລະ ພະນັກງານ, ນັກຮົບທົ່ວກອງທັບໃນການປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດ ປີ 2019. ໃນນັ້ນ, ໄດ້ສຸມໃສ່ ການປະຕິບັດ ແລະ ເຮັດສຳເລັດ 9 ໜ້າທີ່ຈຸດສຸມເປັນຢ່າງດີ, ສ້າງການຜັນປ່ຽນຢ່າງແຮງໃນດ້ານວຽກງານການທະຫານ, ປ້ອງກັນຊາດ. ປີ 2020, ໜ້າທີ່ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ ສືບຕໍ່ມີຄວາມຮຽກຮ້ອງຕ້ອງການໃໝ່ ຫຼາຍຢ່າງ. ທ່ານ ຫງວຽນຟຸຈ້ອງ ໄດ້ຮຽກຮ້ອງ ທົ່ວກອງທັບ ຕ້ອງເປັນເຈົ້າການ, ຕຶ່ນຕົວໄວ, ຄາດຄະເນໂດຍໄວ ແລະ ຕີລາຄາສະພາບການຢ່າງຖືກຕ້ອງ. ຄຽງຄູ່ກັນນັ້ນ, ກະຊວງປ້ອງກັນປະເທດຕ້ອງຊີ້ນຳຍົກສູງຄຸນນະພາບໃນການຝຶກແອບໃຫ້ແກ່ບັນດາກຳລັງເພື່ອຕອບສະໜອງຄວາມຮຽບຮ້ອງຕ້ອງການຂອງ ການສູ້ຮົບ ໃນເງື່ອນໄຂໃໝ່.
TAG
VOV/VOVworld/ຄະ​ນະ​ພັກການ​ທະ​ຫານ​/ປ້​ອງ​ກັນ​ຊາດ

More