ຂ່ຳນັບຮັບຕ້ອນເຫດການຜູກສ່ຽວລະຫວ່າງດານັ້ງຂອງຫວຽດນາມກັບ ໂຕລູກາຂອງເມັກຊິກໂກ
20/12/2015 10:21
(vovworld)- ຕອນຄ່ຳວັນທີ 19/12, ສະຖານທູດຫວຽດນາມປະຈຳເມັກຊິກໂກໄດ້ຈັດການພົບປະສ້າງສັນຂ່ຳນັບຮັບຕ້ອນເຫດການຜູກສ່ຽວ...

ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳເມັກຊິກໂກ ເລລິງລານມອບາພາບສີຂັດມັນໃຫ້ນະຄອນໂຕລູກາ (vovworld)- ຕອນຄ່ຳວັນທີ 19/12, ສະຖານທູດຫວຽດນາມປະຈຳເມັກຊິກໂກໄດ້ຈັດການພົບປະສ້າງສັນຂ່ຳນັບຮັບຕ້ອນເຫດການຜູກສ່ຽວລະຫວ່າງນະຄອນດານັ້ງຂອງຫວຽດນາມກັບນະຄອນ ໂຕລູກາຂອງເມັກຊິກໂກ. ກ່າວຄຳເຫັນທີ່ການພົບປະສ້າງສັນຂ່ຳນັບຮັບຕ້ອນເຫດການຜູກສ່ຽວລະຫວ່າງນະຄອນດານັ້ງຂອງຫວຽດນາມກັບນະຄອນ ໂຕລູກາຂອງເມັກຊິກໂກ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳເມັກຊິກໂກ ເລລິງລານ ໄດ້ຊີ້ແຈ້ງເຖິງເຫດການທີ່ມີຄວວາມໝາຍນີ້ ແລະ ຖືວ່າ ເປັນຄັ້ງທຳອິດໃນປະຫວັດການພົວພັນລະຫວ່າງ 2 ປະເທດ, ດານັ້ງ ແລະ ໂຕລູກາ ໄດ້ຈັບມືຜູກສ່ຽວກັນ, ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ແນໃສ່ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ
TAG
vovworld/ຜູກສ່ຽວ
Related
More





