ຄະນະກຳມະການແນວ ໂຮມປະເທດຊາດ ແລະ ແຂວງຕ່າງໆມອບຂອງ ຂວັນປີໃໝ່ໃຫ້ແກ່ ປະຊາຊົນ
10/01/2012 11:03
ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແລະ ແຂວງຕ່າງໆລົງຢ້ຽມຢາມ, ມອບຂອງຂວັນປີໃໝ່ໃຫ້ແກ່ ປຊຊ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂຣງ 2012, ໝາຍເຖິງບຸນເຕັດຫວຽດນາມ ທ້ອງຖິ່ນຕ່າງໆໃນທົ່ວປະເທດຫວຽດນາມໄດ້ ແລະ ພວມຈັດຕັ້ງບັນດາຄະນະລົງຢ້ຽມ ຢາມ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະຜູ້ທຸກຍາກ. ນັບແຕ່ຊຸມວັນຕົ້ນເດືອນມັງກອນ, ຄະນະປະຕິບັດງານຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນໂຮ່ຈິມິນ ໄດ້ຈັດຕັ້ງຄະນະລົງຢ້ຽມຢາມ ແລະມອບຂອງຂວັນບຸນເຕັດ 200 ພູດໃຫ້ແກ່ປະຊາຊົນຊົນເຜົ່າເກີຕູຢູ່ເມືອງຮ່ວາວາງ ນະຄອນດ່ານັງ. ຢູ່ແຂວງຮ່າຢາງ, ຄະນະກຳມະການປະຊາຊົນແຂວງໄດ້ມອບຂອງຂວັນບຸນເຕັດໃຫ້ 20.000 ຄົນໃນເປົ້າໝາຍນະໂຍບາຍ ພ້ອມທັງຂົນຂວາຍຜູ້ມີໃຈບູນໃຈກຸສົນມອບຂອງຂວັນໃຫ້ປະຊາຊົນຄົນຊົນເຜົ່າສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ. ທາງແຂວງໄດ້ຈັດຕັ້ງບັນດາຄະນະລົງຢ້ຽມຢາມ ແລະມອບຂອງຂັວນບຸນເຕັດໃຫ້ບັນດາເປົ້າໝາຍດ້ວຍເງິນຈຳນວນກ່ວາ 7 ຕື້ດົ່ງ. ທ່ານຟ້າມງອກຢູ໋ງ, ຮອງຫົວໜ້າພະແນກແຮງງານ ທະຫານເສຍອົງຄະ ແລະສັງຄົມແຂວງຮ່າຢາງໃຫ້ຮູ້ວ່າ: “
Related
More





