VOV WorldVOV World
ຄະນະລັດຖະບານ ຮຸງກາຣີ ຢ້ຽມຢາມ ຫວຽດນາມ
10/01/2013 08:35
ຄະນະ​ລັດຖະບານ ຮຸງ​ກາຣີ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ພັດທະນາ​ແຫ່ງ​ຊາດ ຮຸງ​ກາຣີ ນຳ​ຫນ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ ​ແຕ່​ວັນ​ທີ 7 -10/1
(vovworld) - ຄະນະ​ລັດຖະບານ ຮຸງ​ກາຣີ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ພັດທະນາ​ແຫ່ງ​ຊາດ ຮຸງ​ກາຣີ ນຳ​ຫນ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ ​ແຕ່​ວັນ​ທີ 7 -10/1. ຄະນະ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ, ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຫວຽດນາມ, ກຸ່ມ​ບໍລິສັດ​ໄຟຟ້າ ຫວຽດນາມ, ສະ​ຖາ​ບັນ​ພະລັງງານ​ປະລະມານູ​ ຫວຽດນາມ, ມະຫາວິທະຍາ​ໄລ ດາ​ຫນັງ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ທິດ​ທາງ​ການ​ຮ່ວມ​ມື,​​ ​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ເວົ້າ​ລວມ ​ແລະ ບຳລຸງ​ສ້າງ​ບຸກຄະລາ​ກອນ​ກ່ຽວ​ກັບ​ພະລັງງານ​ປະລະມານູ ເວົ້າ​ສະ​ເພາະ​. ທ່ານ Kovacs Pal ລັດຖະມົນຕີ​ກະຊວງ​ພັດທະນາ​ແຫ່ງ​ຊາດ ຮຸງ​ກາຣີ ​ໃຫ້​ຮູ້​ວ່າ:        

More