ຄະນະລັດຖະບານໃຫມ່ສິງກະໂປສາບານຕົວຮັບດຳລົງຕຳແຫນ່ງ
02/10/2015 10:10
(vovworld)- ຕອນຄ່ຳວັນທີ 1/10 ຢູ່ທຳນຽບປະທານາທິບໍດີ Istana, ບັນດາສະມາຊິກໃນຄະນະລັດຖະບານໃຫມ່ຂອງນາຍົກລັດຖະມົນຕີ ຫລີຊຽນຫລົງ

ພິທີສາບານຕົວຮັບດຳລົງຕຳແຫນ່ງ ພາບ: vietnamplus.vn (vovworld)- ຕອນຄ່ຳວັນທີ 1/10 ຢູ່ທຳນຽບປະທານາທິບໍດີ Istana, ບັນດາສະມາຊິກໃນຄະນະລັດຖະບານໃຫມ່ຂອງນາຍົກລັດຖະມົນຕີ ຫລີຊຽນຫລົງ ໄດ້ສາບານຕົວຮັບດຳລົງຕຳແຫນ່ງ ຕໍ່ຫນ້າປະທານາທິບໍດີ Tony Tan. ກ່າວຄຳເຫັນທີ່ພິທີ ສາບານຕົວຮັບດຳລົງຕຳແຫນ່ງ, ທ່ານນາຍົກລັດຖະມົນຕີ ຫລີຊຽນຫລົງໃຫ້ຮູ້ວ່າ: ເລື່ອງຕົກລົງເລືອກເຟັ້ນບັນດາສະມາຊິກຄະນະລັດຖະບານຄັ້ງນີ້ ເພື່ອນຳມາໃຫ້ ສິງກະໂປ ລັດຖະບານເຮັດວຽກຢ່າງມີປະສິດທິຜົນທີ່ສຸດ. ທ່ານໃຫ້ຮູ້ວ່າ: ຫນ້າທີ່ຂອງທ່ານ ກໍຄືກັນກັບອະດີດນາຍົກລັດຖະມົນຕີ ຫລີກວາງຢູ ແລະ ອະດີດນາຍົກລັດຖະມົນຕີ Goh Chok Tong ບໍ່ພຽງແຕ່ແມ່ນຊີ້ນຳນຳພາປະເທດສິງກະໂປ ໃນປະຈຸບັນ ໃຫ້ດີສຸດເທົ່ານັ້ນ ຫາກຍັງກະກຽມຢ່າງດີ ໃຫ້ ການນຳລຸ້ນສືບທອດອີກດ້ວຍ. ພິທີສາບານຕົວມີການຊ້ອງຫນ້າຂອງເຈົ້າຫນ້າທີ່ປະມານ 700 ທ່ານ ທີ່ມາຈາກບັນດາອົງການຈັດຕັ້ງອື່ນ.
TAG
vovworld/ຄະນະລັດຖະບານ
Related
More






