ຄະນະສິລະປະກອນກອງທັບປະຊາຊົນລາວຢ້ຽມຢາມແລະສະແດງຢູ່ຫວຽດນາມ
07/11/2014 07:08
ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 25 ປີ ແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ...
ພາບປະກອບ (vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 25 ປີ ແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, ຄະນະສິລະປະກອນກອງທັບປະຊາຊົນລາວ ໂດຍທ່ານພັນຕີ ບຸນເຫຼືອ ໄຊຍະເພັນ, ຮອງຫົວໜ້າກົມກົມໂຄສະນາອົບຮົມກອງທັບປະຊາຊົນລາວ ນຳໜ້າຄະນະຈະເຂົ້າຮ່ວມການສະແດງຢູ່ຫວຽດນາມ. ທີ່ການຕ້ອນຮັບຄະນະໃນຕອນບ່າຍວັນທີ 06/11, ທ່ານພົນຕີຫງວຽນຈ້ອງເງ້ຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ໄດ້ຂຳ່ນັບຮັບຕ້ອນຄະນະທີ່ໄດ້ມາຫວຽດນາມ ແລະ ໃຫ້ຮູ້ວ່າກະຊວງປ້ອງກັນ ປະເທດຫວຽດນາມ ໄດ້ມີແຜນການຊ່ວຍເຫຼືອການກໍ່ສ້າງເຮືອນຝຶກແອບໃຫ້ແກ່ ຄະນະສິລະປະກອນກອງທັບປະຊາຊົນລາວ. ເມື່ອກິດຈະກຳໄດ້ຮັບການສຳເລັດຈະປະກອບສ່ວນຍົກສູງຄຸນນະພາບການຝຶກແອບສະແດງຂອງພະນັກງານ, ນັກສິລະປິນພ້ອມທັງຮັດແໜ້ນນຳ້ໃຈມິດຕະພາບ, ຄວາມສາມັກຄີ ລະຫວ່າງ ກອງທັບ 2 ປະເທດຍິ່ງກ່ວາອີກ. ຝ່າຍກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຈະສ້າງທຸກເງື່ອນໄຂທີ່ດີ ເພື່ອຊ່ວຍເຫຼືອບຳລຸງສ້າງພະນັກງານ, ນັກສິລະປິນໃຫ້ແກ່ຄະນະສິລະປະກອນກອງທັບປະຊາຊົນລາວ ແລະ ມີລາຍການແລກປ່ຽນ, ພົບປະແລກປ່ຽນ ລະຫວ່າງບັນດາຄະນະສິລະປະກອນ ກອງທັບ 2 ປະເທດເປັນປະຈຳ ເພື່ອຮຳ່ຮຽນບົດຮຽນເຊິ່ງກັນ ແລະ ກັນ.
TAG
vovworld/vov/ກົມໃຫຍ່ການເມືອງ
Related
More




