ກອງປະຊຸມ ສຳມະນາ “5 ປີແຫ່ງການ ເຂົ້າເປັນສະມາຊິກ WTO“
18/02/2012 10:36
ກອງປະຊຸມສຳມະນາ “5 ປີແຫ່ງການເຂົ້າເປັນສະມາຊິກ WTO-ວິສາຫະກິດການຄ້າການບໍລິການຫວຽດນາມ ໃນການເຊື່ອມໂຍງ ແລະ ພັດທະນາ“

ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຈີນກວກແຄງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ພາບ:dangcongsan.vn ( vovworld ) – “5 ປີແຫ່ງການເຂົ້າເປັນສະມາຊິກ WTO-ວິສາຫະກິດການຄ້າການບໍລິການຫວຽດນາມ ໃນການເຊື່ອມໂຍງ ແລະ ພັດທະນາ“ ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍສື່ເອເລກໂຕນິກພັກກອມມູນິດຫວຽດນາມ ສົມທົບກັບໜັງພືພິມອຸດສາຫະກຳການຄ້າ ຈັດຂຶ້ນຢູ່ນະຄອນໂຮ່ຈິມິນໃນວັນທີ 17/2. ກອງປະຊຸມສຳມະນາໄດ້ຕີລາຄາບັນດາຜົນງານພັດທະນາເສດຖະກິດຢ່າງແຂງແຮງທີ່ບັນລຸໄດ້ພາຍຫລັງ 5 ປີແຫ່ງການເຂົ້າເປັນສະມາຊິກ WTO, ພິເສດໃນຂົງເຂດການຄ້າການບໍລິການ, ບັນດາບົດຮຽນ, ສິ່ງຄົງຂ້າງ, ການທ້າທາຍໃນໄລຍະຕໍ່ໄປ. ແລະ ກໍຢູ່ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື ແລະສະເໜີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ ເພື່ອແນໃສ່ນຳໃຊ້ບັນດາກາລະໂອກາດຈາກ WTO ເປັນຢ່າງດີ ເພື່ອພັດທະນາການດຳເນີນທຸລະກິດ; ຫັນການທ້າທາຍເປັນກາລະໂອກາດ, ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ໂລກສຳເລັດຜົນ. ບັນດາຜູ້ຊ່ຽວຊານໄດ້ປະກອບບັນດາຄຳເຫັນ ເພື່ອແນໃສ່ປະກອບສ່ວນປ່ຽນໃໝ່ອົງປະກອບພື້ນຖານເສດຖະກິດ ໄປຄຽງຄູ່ກັບການປ່ຽນໃໝ່ຮູບແບບການຈະເລີນເຕີບໂຕ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ; ແກ້ໄຂບັນຫາໄພເງິນເຟີ້, ຂາດດຸນການຄ້າ, ປ່ຽນໃໝ່ເຕັກໂນໂລຊີ ແລະ ຄວາມສາມາດບໍລິຫານດຳເນີນທຸລະກິດ; ສືບຕໍ່ສ້າງ, ສຳເລັດກົນໄກ, ນະໂຍບາຍ, ໄປຄຽງຄູ່ກັບການປະຕິຮູບດ້ານການບໍລິຫານ…..
TAG
5 ປີແຫ່ງການເຂົ້າເປັນສະມາຊິກ WTO“
Related
More





