ກອງປະຊຸມຫນັງສືພິມວັນນະສິນທົ່ວປະເທດ
22/08/2014 10:54
(vovworld)- ວັນທີ 22/8, ຢູ່ ແຂວງ ເຫງ້ອານ, ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ພາບ:internet (vovworld)- ວັນທີ 22/8, ຢູ່ ແຂວງ ເຫງ້ອານ, ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ, ຄະນະໂຄສະນາສຶກສາສູນກາງ, ສະພາທິດສະດີວິຈານວັນນະຄະດີສິລະປະສູນກາງ ໄດ້ຈັດຕັ້ງກອງປະຊຸມຫນັງສືພິມວັນນະສີນທົ່ວປະເທດປີ 2014. ເຂົ້າຮ່ວມ ມີການນຳບາງກະຊວງ, ຂະແຫນງການສູນກາງ, ສະມາຄົມນັກຂ່າວ ຫວຽດນາມ, ສະມາຄົມວັນນະຄະດີສິລະປະສູນກາງ, ບັນນາທິການອົງການຫນັງສືພິມວັນນະຄະດີ, ໂທລະພາບ, ວິທະຍຸໃນທົ່ວປະເທດ. ທີ່ກອງປະຊຸມ, ບັນດາຜູ້ແທນ ໄດ້ສະເຫນີບັນດາມາດຕະການ ຍົກສູງຄຸນນະພາບການເຄື່ອນໄຫວຂອງຫນັງສືພິມວັນນະຄະດີ, ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຝືກອົບຮົມ, ບຳລຸງຖັນແຖວພະນັກງານການນຳ, ຄຸ້ມຄອງວັນນະຄະດີສີລະປະ.
TAG
vovworld/ວັນນະຄະດີ
Related
More






