ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີນແນດ ສະມາຊິກສະພາແຫ່ງຊາດສະເພາະກິດ
09/01/2012 11:12
ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີນແນດ ສະມາຊິກສະພາແຫ່ງຊາດ ສະເພາະກິດ ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13

ຕອນເຊົ້າວັນທີ 9/1 ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີນແນດ ສະມາຊິກສະພາແຫ່ງຊາດ (ສສຊ) ສະເພາະກິດ ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13. 63 ຄະນະ ສສຊ ໃນທົ່ວປະເທດໄດ້ເຂົ້າຮ່ວມ. ບັນດາ ສສຊ ໄດ້ປຶກສາຫາລືກ່ຽວກັບບັນຫາຈຳນວນຫນຶ່ງທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍກຳມະບານສະບັບປັບປຸງ. ເຫັນດີກັບຄວາມຈຳເປັນຕ້ອງດັດແກ້ກົດໝາຍກຳມະບານ ປີ 1990. ທ່ານ ຫງວຽນງອກເຟືອງ, ຮອງຫົວຫນ້າຄະນະ ສສຊ ແຂວງ ກວ໋າງບີ່ງ ໄດ້ສະເຫນີໃຫ້ແຜນຮ່າງກົດໝາຍ ຄວນເປີດກວ້າງຂອບເຂດດັດແກ້ທີ່ມີຕໍ່ຄົນງານ ຊຶ່ງແມ່ນຊາວຕ່າງປະເທດຢູ່ ຫວຽດນາມ.
Related
More





