ກອງປະຊຸມພະນັກງານທົ່ວປະເທດຜັນຂະຫຍາຍທິດທາງບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ12
28/05/2015 11:57
(vovworld) - ວັນທີ 28/5, ຢູ່ຮ່າໂນ້ຍ, ກົມການເມືອງສູນກາງພັກກອມມູນິດຫວຽດນາມໄດ້ຈັດກອງປະຊຸມພະນັກງານທົ່ວປະເທດ.....

ກົມການເມືອງສູນກາງພັກກອມມູນິດຫວຽດນາມໄດ້ຈັດກອງປະຊຸມພະນັກ ງານທົ່ວປະເທດຜັນຂະຫຍາຍທິດທາງບຸກຄະລາກອນຄະນະບໍລິຫານງານ ສູນກາງພັກຊຸດທີ 12 (vovworld) - ວັນທີ 28/5, ຢູ່ຮ່າໂນ້ຍ, ກົມການເມືອງສູນກາງພັກກອມມູນິດຫວຽດນາມໄດ້ຈັດກອງປະຊຸມພະນັກງານທົ່ວປະເທດຜັນຂະຫຍາຍທິດທາງບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 12 . ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງເລື່ອງກະກຽມວຽກງານບຸກຄະລາກອນຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ພັກທົ່ວປະເທດຄັ້ງທີ 12 ມີຄວາມໝາຍສຳຄັນ ແລະ ແມ່ນບັນຫາມີລັກສະນະຕັດສິນເຖິງແນວທາງພັດທະນາຂອງປະເທດຊາດ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີບັນດາຄະນະພັກແຂວງ, ນະຄອນຕ້ອງຄົ້ນຄ້ວາຢ່າງເລິກເຊິ່ງ ,ກຳແໜ້ນ ແລະ ຜັນຂະຫຍາຍປະຕິບັດບັນດາເອກະສານແນະນຳຂອງສູນກາງ, ດຳເນີນວຽກງານບຸກຄະລາກອນເທື່ອລະກ້າວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ : “ ຄວນຊາບຊຶມຜັນຂະຫຍາຍຢູ່ຂັ້ນລຸ່ມ, ຕ້ອງເນັ້ນໜັກຢ່າງສູງກ່ຽວກັບຈິດໃຈຄວາມຮັບຜິດຊອບ, ກຳແໜ້ນຫຼັກການ. ຈິດໃຈຂອງບັນດານັກກອມມູນິດ ແມ່ນຕ້ອງຖືຜົນປະໂຫຍດຂອງພັກ, ຂອງປະເທດຊາດເໜືອກ່ວາສິ່ງໃດໝົດ. ກ່ອນອື່ນໝົດແມ່ນບໍ່ເພື່ອຜົນປະໂຫຍດສ່ວນຕົວ, ຕ້ອງມີຈິດໃຈທ່ຽງທຳ, ໂປ່ງໃສ, ພາວະວິໄສ. ການກໍ່ສ້າງບັນດາອົງການສຳນັກງານນຳພາສູງສຸດຢູ່ຂັ້ນຕ່າງໆ ແລະ ພິເສດແມ່ນສູນກາງ ຕ້ອງໂປ່ງໃສ, ໝັ້ນຄົງເຂັ້ມແຂງ ”
TAG
vov/vovworld/ສູນກາງພັກ
Related
More






