ກອງປະຊຸມສຳມະນາແລກປ່ຽນການຄ້າວິສາຫະກິດ ຫວຽດນາມ ແລະ ສເກົາຫລີ
19/07/2012 11:00
ຕອນເຊົ້າວັນທີ 19/7, ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ: “ການແລກປ່ຽນການຄ້າ ລະຫວ່າງ ວິສາຫະກິດ ຫວຽດນາມ ແລະ ສ ເກົາຫລີ”

ກອງປະຊຸມສຳມະນາ “ການແລກປ່ຽນການຄ້າ ລະຫວ່າງວິສາຫະກິດ ຫວຽດນາມ ແລະ ສ.ເກົາຫລີ” ພາບ:baodientu.chinhphu.vn (vovworld)- ຕອນເຊົ້າວັນທີ 19/7, ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ: “ການແລກປ່ຽນການຄ້າ ລະຫວ່າງວິສາຫະກິດ ຫວຽດນາມ ແລະ ສເກົາຫລີ” ໂດຍມີການເຂົ້າຮ່ວມຂອງນັກທຸລະກິດສອງປະເທດ ກວ່າ 200 ຄົນ. ມີກວ່າ 3000 ໂຄງການລົງທຶນ, ດ້ວຍຍອດຈຳນວນເງິນລົງທຶນກວ່າ 20 ຕື້ USD, ປະຈຸບັນ ສເກົາຫລີ ແມ່ນຄູ່ຮ່ວມມືສຳຄັນທີ 4 ຂອງ ຫວຽດນາມ ຖັດຈາກຈີນ, ອາເມລິກາ ແລະ ຍີ່ປຸ່ນ. ພິເສດ ໃນຊຸມປີມໍ່ໆມານີ້ ມີສິນຄ້າຂອງຫວຽດນາມ ຫລາຍປະເພດຄື: ສິນໃນນ້ຳ, ເຄື່ອງຕຳແຜ່ນຕັດຫຍິບ, ເຄື່ອງເຟນີເຈີ, ຢາງພາລາ, ກາເຟ ໄດ້ສົ່ງໄປຂາຍຢູ່ ຕະຫລາດ ສເກົາຫລີ. ກ່າວປາໄສທີ່ກອງປະຊຸມສຳມະນາ, ທ່ານ Tran Quoc Khanh ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ປາດຖະຫນາວ່າ: ໃນໄລຍະຈະມາເຖິງ ສາຍພົວພັນອັນດີງາມລະຫວ່າງສອງປະເທດຈະນັບມື້ນັບພັດທະນາ ແລະ ວິສາຫະກິດສອງປະເທດ ມີຫລາຍກາລະໂອກາດແລກປ່ຽນການຄ້າ ເພື່ອຊຸກຍູ້ການພັດທະນາເສດຖະກິດລວມຂອງສອງປະເທດ. ທ່ານ Tran Quoc Khanh ເນັ້ນຫນັກວ່າ:
TAG
ແລກປ່ຽນການຄ້າ
Related






