VOV WorldVOV World
ກອງປະຊຸມສໍາມະນາວິທະຍາສາດແຫ່ງຊາດດ້ວຍຫົວຂໍ້ “50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ”
28/08/2019 11:04
(VOVWORLD) - ກອງປະຊຸມສໍາມະນາວິທະຍາສາດແຫ່ງຊາດ “50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ” ຖືກຈັດຂຶ້ນໃນຕອນເຊົ້າວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ.
ກອງປະຊຸມສໍາມະນາວິທະຍາສາດແຫ່ງຊາດດ້ວຍຫົວຂໍ້ “50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ”
ກອງປະຊຸມສໍາມະນາແມ່ນໂອກາດເພື່ອໂຄສະນາເຜີຍແຜ່ ແລະ ສົ່ງເສີມບັນດາພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະຮໍ່າຮຽນ ແລະ ປະຕິບັດບັນດາຄໍາສັ່ງສອນຂອງເພິ່ນໃຫ້ເປັນຢ່າງດີ.

ກອງປະຊຸມສໍາມະນາວິທະຍາສາດແຫ່ງຊາດ “50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ” ຖືກຈັດຂຶ້ນໃນຕອນເຊົ້າວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຄະນະໂຄສະນາສຶກສາສູນກາງ ແລະ ຫ້ອງວ່າການປະທານປະເທດ ຈັດຕັ້ງ. ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນ ພ້ອມກັບບັນດານັກວິທະຍາສາດໄດ້ເຮັດແຈ້ງເນື້ອໃນກ່ຽວກັບບັນດາຄຸນຄ່າທາງດ້ານທິດສະດີ, ພຶດຕິກໍາຕົວຈິງ ແລະ ໝາກຜົນຂອງການປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນໃນທົ່ວພັກ, ທົ່ວປວງຊົນໃນໄລຍະ 50 ປີ ຜ່ານມາ. ບົນພື້ນຖານນັ້ນ, ສືບຕໍ່ຢັ້ງຢືນຄຸນຄ່າຂອງຄໍາພິໄນກໍາ ແລະ ຖອດຖອນບັນດາບົດຮຽນ, ມາດຕະການ ເພື່ອແນໃສ່ຍູ້ແຮງພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນສະພາບການປັດຈຸບັນ.

ກອງປະຊຸມສໍາມະນາດັ່ງກ່າວ ກໍແມ່ນໂອກາດເພື່ອໂຄສະນາເຜີຍແຜ່ ແລະ ສົ່ງເສີມບັນດາພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະຮໍ່າຮຽນ ແລະ ປະຕິບັດບັນດາຄໍາສັ່ງສອນຂອງເພິ່ນໃຫ້ເປັນຢ່າງດີ, ອອກເຫື່ອເທແຮງປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄສ.

TAG
VOV/VOVworld/ທິດສະດີ/ພຶດຕິກໍາຕົວຈິງ/ຄໍາພິໄນກໍາ

More