ຕອນບ່າຍວັນທີ 16 ຕຸລາ, ຢູ່​ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານ ເລກວາງ​ແມ້ງ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ໄດ້ເປັນ​ປະ​ທານກອງ​ປະ​ຊຸມຖະ​ແຫຼງຂ່າວເພື່ອ​ແຈ້ງຂໍ້ມູນກ່ຽວກັບ​ລາຍ​ການ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະພາແຫ່ງຊາດ ຫວຽດ​ນາມ ຊຸດທີ 16.

ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ເລກວາງ​ແມ້ງ, ໃຫ້​ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຫວຽດ​ນາມ ຊຸດທີ 16 ຈະຈັດກອງປະຊຸມກະກຽມ ແລະ ພິທີເປີດໃນຕອນເຊົ້າວັນທີ 17 ຕຸລາ, ຄາດວ່າຈະປິດລົງໃນວັນທີ 21 ພະຈິກ 2026. ຄາດ​ວ່າ, ກອງປະຊຸມຈະແກ່​ຍາວ​ເປ​ັນ​ເວ​ລາ 28 ​ວັນ.

ເມື່ອ​ຕອບຄຳຖາມກ່ຽວກັບ​ບັນ​ດາຂົງເຂດ, ລັດຖະມົນຕີ, ຫົວໜ້າຂະ​ແໜງຈະ​ເຂົ້າຮ່ວມວາ​ລະ​ຊັກ​ຖາມ, ຕອບຄຳ​ຊັກ​ຖາມ​ທີ່ກອງປະຊຸມ, ທ່ານ ຮວ່າງ​ນາມ​ຫາຍ, ສະມາຊິກຄະນະຄົ້ນຄ້ວ້າຄຳຮ້ອງຂໍຄວາມເປັນທຳ ແລະ ຕິດຕາມກວດ​ກາຂອງ​ສະ​ພາ​ແຫ່ງ​ຊາດ, ໃຫ້ຮູ້ວ່າ ຍ້ອນ​ປະ​ລິ​ມານ​ວຽກ​ງານ​​ສ້າງ​ກົດ​ໝາຍ​ທີ່​ກອງ​ປະ​ຊຸມຄັ້ງນີ້​ແມ່ນ​ໃຫຍ່​ຫຼວງ, ຄະນະປະ​ຈຳສະພາແຫ່ງຊາດ​ຕົກ​ລົງ​ເວ​ລາຊັກ​ຖາມ, ຕອບ​ຄຳ​ຊັກ​ຖາມ​ດຳ​ເນີນ​ໄປ​ໃນມື້ດຽວ. ຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ ແລະ ຕິດຕາມກວດກາ ກໍ່​ໄດ້ລວບລວມ ແລະ ລາຍງານກ່ຽວກັບ 6 ຂົງເຂດ​ພົ້ນ​ເດັ່ນ, ຄື: ສາທາລະນະສຸກ, ກະສິກຳ ແລະ ສິ່ງແວດລ້ອມ, ການສຶກສາ ແລະ ບຳ​ລຸງ​ສ້າງ, ວິທະຍາສາດ ແລະ ເຕັກໂນໂລຊີ, ການເງິນ, ວຽກງານພາຍໃນ ເພື່ອ​ຄັດ​ເລືອກໝວດຂົງເຂດ​ເພື່ອ​ຊັກຖາມ, ຕອບຄຳ​ຊັກ​ຖ​າມ.

ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດກໍ່​ໄດ້​ພິຈາລະນາ, ​ ຕົກລົງ​ 10 ໝວດ​ບັນຫາ​​ກ່ຽວ​ກັບເສດຖະກິດ - ສັງຄົມ, ງົບປະມານ​ແຫ່ງ​ລັດ, ​ການຕິດ​ຕາມກວດຫາ ​ແລະ ​​ບັນ​ດາເນື້ອ​ໃນ​ສຳຄັນ​ອື່ນໆ​ທີ່ນອນ​ໃນ​ຂອບເຂດສິດ​ອຳນາດ​...