VOV WorldVOV World
ລາຍການ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ ຫວຽດນາມ ຈີນ ສອງປະເທດບ້ານ​ໃກ້​ເຮືອນ​ຄຽງ
15/12/2011 17:34
ລາຍການ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ ພາຍ​ໃຕ້​ຫົວ​ຂໍ້​ວ່າ: ງານ​ພົບ​ປະ​ແລກປ່ຽນ ຫວຽດນາມ ຈີນ: ເຊິ່ງແມ່ນສອງປະເທດບ້ານ​ໃກ້​ເຮືອນ​ຄຽງ“
ລາຍການ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ ຫວຽດນາມ ຈີນ ສອງປະເທດບ້ານ​ໃກ້​ເຮືອນ​ຄຽງ
ຕອນ​ຄໍ່າວັນ​ທີ 14/12 ລາຍການ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ ພາຍ​ໃຕ້​ຫົວ​ຂໍ້​ວ່າ: ງານ​ພົບ​ປະ​ແລກປ່ຽນ ຫວຽດນາມ ຈີນ: ເຊິ່ງແມ່ນສອງປະເທດບ້ານ​ໃກ້​ເຮືອນ​ຄຽງ“ ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ ຮ່າ​ໂນ້ຍ  ​ແລະ ນະຄອນ​ຫນານ​ຫນິງຂອງ​ຈີນ. ຜ່ານ​ບັນດາ​ເລື່ອງ​ລາວທີ່​ສ້າງ​ຄວາມຕຶ້ນຕັນ​ໃຈ, ບັນດາ​ບົດ​ສາລະ​ຄະດີ​ສ່ອງ​ແສງ​ໃຫ້​ເຫັນ​ອາລົມ​ຈິດ​ຂອງ​ປະຊາຊົນ​ສອງ​ປະ​ເທດ ພ້ອມ​ກັບ​ລາຍການ​ສິລະ​ປະ​ທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ​ສອງ​ປະ​ເທດ, ລາຍການ​ຖ່າຍ​ທອດ​ສົດ​ທາງ​ໂທລະ​ພາບໄດ້ສົ່ງ​ສານ​ທີ່​ວ່າ: ພ້ອມ​ກັນ​ສ້າງພື້ນຖານ​ສັນຕິພາບ ​ແລະ ພັດທະນາ​ຈະ​ເລີ​ນຮຸ່ງ​ເຮືອງລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ຈີນ. ປີ 1946, ຕາມ​ການ​ສະ​ເຫ​ນີຈາກ​ຝ່າຍ​ຈີນ, ຫວຽດນາມ ​ໄດ້​ສົ່ງ​ກອງ​ທະຫານ​ຈຳນວນ​ຫນຶ່ງ​ເຂົ້າ​ຮ່ວມ​ບັ້ນ​ຮົບ…ສື່ວານຕ້າຊານ ຕ້ານກອງທັບ ຈຽງ​ໄຄ​ເຊັກ ແລະ ບັນດານັກຮົບຫຮຸ່ມ ຫວຽດນາມ ໄດ້ປະກອບສ່ວນບໍ່ຫນ້ອຍເຂົ້າໃນໄຊຊະນະຂອງທະຫານປົດປ່ອຍຈີນ. ​ໃນ​ໄລຍະຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ (1965 - 1969), ຊາວ​ຫນຸ່ມ​ຈີນ​ຫລາຍ​ຄົນ ​ໄດ້​ມາ​ຊ່ວຍ​ປະຊາຊົນ​ຫວຽດນາມ ກໍ່ສ້າງ​ຂົວ​ຢູ່ ​ແຂວງ ທ໋າຍງວຽນ, ຫາຍ​ຟ່ອງ. ​ປະຈຸ​ບັນ​ເຂົາ​ເຈົ້າ​ມີ​ອາຍຸ​ກວ່າ 70 ປີ ​ແລ້ວ, ​ແຕ່​ຍັງ​ຄົງ​ຮັກສາ​ບັນດາ​ອະນຸສອນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ໄລຍະຫນຶ່ງທີ່ມີຄວາມສະຫນິດ​ຕິດ​ພັນ​ກັບ​ຫວຽດນາມ. ​ເຂົ້າ​ຮ່ວມ​ລາຍການ​ດັ່ງກ່າວ, ລຸງ ເຊຍຮຸ່ງເວີຍ ນັກຮົບ​ເກົ່າ​ຈີນ ​ໄດ້​ຫວນ​ຄືນ​ຫລັງ​ໄລຍະຍັງ​ເປັນ​ຊາຍ​ຫນຸ່ມ​ປະຕິບັດ​ງານ​ຢູ່​ຫວຽດນາມ:        

More