ລັດເຊຍຖືການສ້າງເຂດຫ້າມບິນ ແມ່ນການຍຸຍົ່ງການໃຊ້ຄວາມຮຸນແຮງ ຢູ່ ຊີຣີ
23/02/2012 08:03
ບັນດາຄຳຮຽກຮອ້ງຈາກຝ່າຍ ອາເມລິກາ ກ່ຽວກັບການສ້າງຕັ້ງເຂດຫ້າມບິນ ຢູ່ ຊີຣີ ແມ່ນການຍຸຍົງໂດຍກົງໃຫ້ແກ່ແຜນການໃຊ້ຄວາມຮຸນແຮງ

ພາບປະກອບ ຈາກ internet (vovworld) - ເມື່ອວິຈານກ່ຽວກັບຄຳປາໄສຂອງສະມາຊິກສະພາສູງ John Mc Cain ແລະ ທັດສະນະຂອງນັກການເມືອງອາເມລິກາຈຳນວນຫນຶ່ງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Gennady Gatilov ຖະແຫລງທີ່ການປະຊຸມຂ່າວ ຊຶ່ງຈັດຂຶ້ນຢູ່ ມົດສະກູໃນວັນທີ 22/2 ວ່າ ບັນດາຄຳຮຽກຮອ້ງຈາກຝ່າຍ ອາເມລິກາ ກ່ຽວກັບການສ້າງຕັ້ງເຂດຫ້າມບິນ ຢູ່ ຊີຣີ ແມ່ນການຍຸຍົງໂດຍກົງໃຫ້ແກ່ແຜນການໃຊ້ຄວາມຮຸນແຮງ. ລັດເຊຍ ເຄີຍໄດ້ຍິນບັນດາແຜນການໃຊ້ກຳລັງແຮງເປັນປະຈຳແຕ່ພັດຈະບໍ່ເກີດຂຶ້ນ, ແຕ່ລັດເຊຍ ຍັງມີສະຕິລະວັງຕົວຕໍ່ບັນດາແຜນການທີ່ພວມຮຽບຮຽງນີ້. ນັກຂ່າວ VOV ປະຈຳລັດເຊຍ
TAG
ຫ້າມບິນ
Related
More





