ລັດຖະບານຫວຽດນາມຜັນຂະຫຍາຍຫລາຍມາດຕະການຢ່າງຄົບຊຸດເພື່ອຈຸດໝາຍພັດທະນາແບບວ່ອງໄວແລະໝັ້ນຄົງ
30/09/2015 10:48
(vovworld)- ຕອນເຊົ້າວັນທີ 30/9 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂເວທີປາໄສການລົງທຶນທົ່ວໂລກ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງກ່າວຄຳເຫັນທີ່ເວທີປາໄສ (vovworld)- ຕອນເຊົ້າວັນທີ 30/9 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂເວທີປາໄສການລົງທຶນທົ່ວໂລກ ຫວຽດນາມ ໂດຍກະຊວງແຜນການ ແລະ ການລົງທຶນ ສົມທົບກັບວາລະສານເງິນຕາ ເອີລົບ (Euro Money) ຈັດຕັ້ງ. ທ່ານ ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ແນະນຳໂດຍສັງເຂບບັນດາຜົນງານພົ້ນເດັ່ນທີ່ ຫວຽດນາມບັນລຸໄດ້ພາຍຫລັງ 30 ປີແຫ່ງການປ່ຽນແປງໃຫມ່, ເປັນຕົ້ນໃນ 5 ປີມໍ່ໆມານີ້ ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ຫວຽດນາມ ຍັງຄົງບັນລຸ GDP ສະເລ່ຍ 6%/ປີ. ມາຮອດປະຈຸບັນ ຍອດທຶນຈົດທະບຽນການລົງທຶນຂອງຕ່າງປະເທດ ຢູ່ ຫວຽດນາມ ບັນລຸປະມານ 270 ຕື້ USD ດ້ວຍ 19.000 ໂຄງການ ຂອງບັນດານັກລົງທຶນທີ່ມາຈາກ 105 ປະເທດ ແລະ ເຂດແຄ້ວນພວມເຄື່ອນໄຫວຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
TAG
vovworld/ເວທີປາໄສ
Related
More






