ວັນທີ 14 ຕຸລາ, ກ່າວຄຳເຫັນທີ່ການພົບປະກັບທ່ານ Sergei Lavrov, ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ຢູ່ນອກກອງປະຊຸມສຸດຍອດ CICA ຄັ້ງທີ 7 ຢູ່ Azerbaijan, ທ່ານ ຫວາງອີ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາສະມາຊິກຂອງກອງປະຊຸມສົມທົບກັນກະທຳ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ອາຊີ (CICA), ໃນນັ້ນມີ ລັດເຊຍ, ປະຕິບັດລັດທິຫຼາຍຝ່າຍຢ່າງແທ້ຈິງ ແລະ ປະກອບສ່ວນຢ່າງຮອບດ້ານເຂົ້າໃນການສ້າງການຄຸ້ມຄອງທົ່ວໂລກໃຫ້ສົມບູນແບບ.
ທີ່ການພົບປະ, ລັດຖະມົນຕີການຕ່າງປະເທດ 2 ທ່ານໄດ້ປຶກສາຫາລືກ່ຽວກັບບັນດາການພົບປະຂັ້ນສູງລະຫວ່າງ ຈີນ ແລະ ລັດເຊຍ ໃນໄລຍະຈະມາເຖິງ, ກໍ່ຄືສົມທົບຫຼັກໝັ້ນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ກ່ຽວກັບການປະທະກັນ ລັດເຊຍ - ຢູແກຼນ, ຈີນ ສືບຕໍ່ຮຽກຮ້ອງໃຫ້ທຸກຝ່າຍຢຸດຍິງ, ຊຸກຍູ້ການສົນທະນາ ແລະ ຊອກຫາວິທີການແກ້ໄຂທາງການເມືອງຜ່ານການເຈລະຈາ.





