ລັດຖະມົນຕີກະຊວງການເງິນ ດິງຕ້ຽນຢຸງ ຕອບຄຳຊັກຖາມ
10/06/2014 12:18
(vovworld)- ຕອນບ່າຍວັນທີ 10/6, ສະພາແຫ່ງຊາດໄດ້ເລີ່ມດຳເນີນການ ຊັກຖາມບັນດາສະມາຊິກລັດຖະບານໃນຂອບເຂດກອງປະຊຸມ...
ທ່ານລັດຖະມົນຕີກະຊວງການເງິນ ດິງຕ້ຽນຢຸງ ຕອບຄຳຊັກຖາມ (ພາບ: nguoidaibieu) (vovworld)- ຕອນບ່າຍວັນທີ 10/6, ສະພາແຫ່ງຊາດໄດ້ເລີ່ມດຳເນີນການ ຊັກຖາມບັນດາສະມາຊິກລັດຖະບານໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 13, ດ້ວຍການຊັກຖາມ ແລະ ຕອບຄຳຊັກຖາມຂອງທ່ານລັດຖະມົນຕີກະຊວງການເງິນ ດິງຕ້ຽນຢຸງ. ກ່ຽວຂ້ອງເຖິງບັນຫາໜີ້ສາທາລະນະ, ທ່ານລັດຖະມົນຕີກະຊວງການເງິນ ດິງຕ້ຽນຢຸງໃຫ້ຮູ້ວ່າ ໃນຊຸມປີມໍ່ໆມານີ້, ບັນຫາໜີ້ສາທາລະນະມີແນວໂນ້ມ ເພີ່ມຂຶ້ນ, ແຕ່ເຖິງຢ່າງໃດກໍຕາມ, ໜີ້ສາທາລະນະຍັງຄົງນອນຢູ່ໃນຂອບເຂດທີ່ປອດໄພ, ຕ່ຳກ່ວາຄາດໝາຍທີ່ສະພາແຫ່ງຊາດ ແລະ ລັດຖະບານອະນຸມັດຜ່ານ. ທ່ານລັດຖະມົນຕີກະຊວງການເງິນ ດິງຕ້ຽນຢຸງ ກ່າວວ່າ : “ ກ່ຽວກັບຄາດໝາຍໜີ້ສາທາລະນະ/GDP, ອັນຕາສ່ວນນີ້ປ່ຽນແປງບໍ່ຫຼາຍຜ່ານໄລຍະຕ່າງໆ. ປີ 2013 ແມ່ນ 53,4%. ອັດຕາສ່ວນນີ້ນອນຢູ່ໃນຂອບເຂດທີ່ສະພາແຫ່ງຊາດອະນຸຍາດ (65%); ສະເພາະບ້ວງໜີ້ລັດຖະບານແມ່ນ 41,5%, ກໍຕ່ຳກວ່າຄາດໝາຍ 55% ຊຶ່ງສະພາແຫ່ງຊາດອະນຸຍາດ. ພວກຂ້າພະເຈົ້າຖືວ່າ ພ້ອມກັບການເຕີບໂຕ GDP ໃນລະດັບປານກາງໃນປີໜ້າ ພ້ອມກັບການຄວບຄຸມໄພລັກສະນະຍືນຍົງຂອງພື້ນຖານເສດຖະກິດຢ່າງແໜ້ນແຟ້ນນັ້ນ, ຄວາມສາມາດຊຳລະໜີ້ຈະໄດ້ຮັບການຮັກສາໄວ້ ” ເມື່ອເຕື້ອງເຖິງການຫຼຸດຜ່ອນສະພາບລາຍຈາຍງົບປະມານເກີນດູນຕາມແຜນການ, ທ່ານລັດຖະມົນຕີກະຊວງການເງິນ ດິງຕ້ຽນຢຸງ ໃຫ້ຮູ້ວ່າ : “ ຈຸດໝາຍທີ່ໄດ້ວາງອອກແມ່ນລາຍຈາຍງົບປະມານເກີນດູນ 4,5%ໃນປີ 2015 ແລະ ຮອດປີ 2020 ແມ່ນປະມານ 4%. ແຕ່ໃນຊຸມປີທີ່ຜ່ານມາ, ເສດຖະກິດປະສົບຄວາມຫຍຸ້ງຍາກ, ຄວາມຕ້ອງການໃຊ້ຈາຍແມ່ນສູງທີ່ສຸດ, ບວກກັບຄວາມສາມາດລະດົມເງິນຈາກງົບປະມານແມ່ນຫຍຸ້ງຍາກ. ໃນຊຸມປີທີ່ຈະມາເຖິງ, ຕ້ອງສືບຕໍ່ຮັດແໜ້ນການໃຊ້ຈາຍເພື່ອສະຫງວນເງິນທຶນຮັບໃຊ້ການລົງທຶນພັດທະນາ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຕອບສະໜອງດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບໃນສະພາບປະຈຸບັນ ”
TAG
vov/vovworld/ຕອບຄຳຊັກຖາມ
Related
More






