ລົງນາມບົດບັນທຶກຊ່ວຍຈຳລະຫວ່າງອົງການແຮງງານສາກົນແລະສະຫະພັນສະຫະກອນຫວຽດນາມ
27/05/2016 10:37
ກໍ່ສ້າງກອບລະບອບມີຄວາມເຂັ້ມແຂງທີ່ຈຳເປັນໃຫ້ແກ່ການພັດທະນາສະຫະກອນ ຫວຽດນາມ ໃຫ້ຍືນຍົງ, ຍົກສູງກຳລັງໃຫ້ບັນດາສະຫະກອນໃນທົ່ວປະເທດ ແມ່ນເນື້ອໃນຕົ້ນຕໍໃນພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສະຫະພັນສະຫະກອນ ຫວຽດນາມ

ພິທີລົງນາມໃນວັນທີ 27/5 (vovworld) – ກໍ່ສ້າງກອບລະບອບມີຄວາມເຂັ້ມແຂງທີ່ຈຳເປັນໃຫ້ແກ່ການພັດທະນາສະຫະກອນ ຫວຽດນາມ ໃຫ້ຍືນຍົງ, ຍົກສູງກຳລັງໃຫ້ບັນດາສະຫະກອນໃນທົ່ວປະເທດ ແມ່ນເນື້ອໃນຕົ້ນຕໍໃນພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສະຫະພັນສະຫະກອນ ຫວຽດນາມ ແລະ ອົງການແຮງງານສາກົນ ແລະ ສະຫະພັນສະຫະກອນ Raiffeisen, ສະຫະພັນ ເຢຍລະມັນ ຈັດຂຶ້ນໃນຕອນເຊົ້າວັນທີ 27/5, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານ Chang Hee Lee, ຜູ້ອຳນວຍການອົງການແຮງງານສາກົນປະຈຳ ຫວຽດນາມ ຢັ້ງຢືນວ່າ: ດ້ວຍສະມາຊິກປະມານ 13 ລ້ານຄົນໃນສະຫະພັນສະຫະກອນ ຫວຽດນາມ, ເລື່ອງເຊັນບົດບັນທຶກຊ່ວຍຈຳຮ່ວມມືຫຼາຍຝ່າຍແມ່ນບາດກ້າວເລີ່ມຕົ້ນໃນຄວາມມານະພະຍາຍາມຂອງບັນດາຄູ່ຮ່ວມມືຍຸດທະສາດເພື່ອຈຸດໝາຍລວມແມ່ນຊຸກຍູ້ວຽກເຮັດງານທຳ, ເພີ່ມລາຍຮັບ ແລະ ລົບລ້າງຄວາມອຶດຫິວ, ພິເສດແມ່ນເຂດຫ່າງໄກ່ຊອກຫຼີກຂອງຫວຽດນາມ:
TAG
vovworld/ປະຊາຊົນ
Related





