VOV WorldVOV World
ຢູແກຼນ ຈັດພິທີລຳລຶກ 40 ປີແຫ່ງວິນາດສະກຳນິວເຄຼຍ Chernobyl
27/04/2026 07:37
[VOVWORLD] - ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ກ່າວເຕືອນຄວາມສ່ຽງທີ່ວ່າ ອີກເທື່ອໜຶ່ງໂລກພວມຢືນຢູ່ແຄມຝັ່ງໄພພິບັດໂດຍມະນຸດກໍ່ໃຫ້ເກີດ
ຢູແກຼນ ຈັດພິທີລຳລຶກ 40 ປີແຫ່ງວິນາດສະກຳນິວເຄຼຍ Chernobyl
ວັນ​ທີ 26 ເມ​ສາ, ຢູ​ແກຼນ ໄດ້​ຈັດ​ບັນ​ດາ​ເຫດ​ການລຳ​ລຶກ 40 ປີ​ແຫ່ງວັນ​ເກີດ​ວິ​ນາດ​​ສະ​ກຳ Chernobyl, ເຊິ່ງ​ແມ່ນ​ວິ​ນາດ​​ສະ​ກຳ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ. ເຂົ້າ​ຮ່ວມ​ບັນ​ດາ​ເຫດ​ການ​ດັ່ງ​ກ່າວ ມີ​ທ່ານ Rafael Grossi, ຜູ້​ອຳ​ນວຍ​ການ​ໃຫຍ່ ອົງການ​ພະລັງງານປະ​ລະ​ມານູ​ສາກົນ (IAEA) ແລະ ທ່ານ​ນາງ Maia Sandu, ປະ​ທາ​ນາ​ທິ​ບໍ​ດີ ໂມ​ໂດ​ວາ. ໃນ​ບົດ​ຂຽນ​ເອົາ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ເນື່ອງ​ໃນ​ໂອ​ກາດນີ້, ທ່ານ Volodymyr Zelensky, ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ກ່າວ​ເຕືອນຄວາມ​ສ່ຽງ​ທີ່​ວ່າ ອີກ​ເທື່ອ​ໜຶ່ງ​ໂລກ​ພວມ​ຢືນ​ຢູ່​ແຄມ​ຝັ່ງໄພ​ພິ​ບັດ​ໂດຍ​ມະ​ນຸດກໍ່​ໃຫ້​ເກີດ; ພ້ອມ​ກັນ​ນັ້ນ​ທ່ານກໍ່​ຮຽກ​ຮ້ອງ​ໃຫ້​ໂລກບໍ່​ປະ​ໃຫ້​ສະ​ພາບ “ກໍ່​ການ​ຮ້າຍ​ນິວ​ເຄຼຍ” ສືບ​ຕໍ່​ເກີດ​ຂຶ້ນ.
TAG
VOV/VOVWORLD/ໄພ​ພິ​ບັດ​/​ມະ​ນຸດ/ກໍ່​ໃຫ້​ເກີດ

More