ສັບປະດາດິນຟ້າອາກາດ ອາຊຽນ: ຫັນຄຳໝັ້ນສັນຍາເປັນການກະທຳ
27/04/2026 09:33
[VOVWORLD] - ສັບປະດາດິນຟ້າອາກາດ ອາຊຽນ 2026 ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ຟີລິບປິນ ໃນກຸ່ມ ອາຊຽນ ແຕ່ວັນທີ 27 ເມສາ ຮອດວັນທີ 01 ພຶດສະພາ 2026.

Ảnh minh họa: TTXVN (ພາບປະກອບ: TTXVN) ກ່າວຄຳເຫັນທີ່ການປະຊຸມຂ່າວກ່ຽວກັບສັບປະດາດິນຟ້າອາກາດ ອາຊຽນ ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 27 ເມສາ, ທ່ານ Juan Miguel Cuna, ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ຟີລິບປິນ ເນັ້ນໜັກວ່າ ສັບປະດານີ້ໄດ້ຍົກອອກບັນດາບຸລິມະສິດຂອງພາກພື້ນກ່ຽວກັບຄວາມສາມາດຟື້ນຟູພາຍຫຼັງໄພພິບັດ, ການກະທຳເພື່ອດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ. ທ່ານໃຫ້ຮູ້ວ່າ: “ຟີລິບປີນພວມຊຸກຍູ້ເລື່ອງຍົກອອກຖະແຫຼງການຮ່ວມ ອາຊຽນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ກະກຽມໃຫ້ແກ່ກອງປະຊຸມ COP ຄັ້ງທີ 31 ທີ່ຈະຈັດຂຶ້ນໃນທ້າຍປີ 2026. ໂດຍພື້ນຖານ, ຖະແຫຼງການຈະລວມມີບັນດາບຸລິມະສິດລວມຂອງທົ່ວພາກພື້ນ, ຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາລວມຂອງ ອາຊຽນ ກ່ຽວກັບບັນດາແງ່ມູມທີ່ແຕກຕ່າງກັນ”.
TAG
VOV/VOVWORLD/ບຸລິມະສິດ/ພາກພື້ນ/ຟື້ນຟູ
Related
More




