ມືເຮັດວຽກທີ 3 ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 13
23/05/2012 07:22
ຕອນເຊົ້າວັນທີ 23/5, ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ສືບຕໍ່ລາຍການເຮັດວຽກ
(vovworld) - ຕອນເຊົ້າວັນທີ 23/5, ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ສືບຕໍ່ລາຍການເຮັດວຽກ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປຶກສາຫາລືກ່ຽວກັບຮ່າງປະມວນກົດໝາຍແຮງງານສະບັບປັບປຸງ. ບັນດາເນື້ອໃນໄດ້ນຳມາປຶກສາຫາລື ຊຶ່ງລວມມີ: ຂອບເຂດດັດປັບ, ເປົ້າໝາຍຊົມໃຊ້, ເງິນເດືອນພື້ນຖານ, ກຳນົດເວລາເຮັດວຽກ, ເວລາພັກຜ່ອນ, ສິດອອກກິນເບ້ຍບຳນານຂອງຄົນງານ ແລະ ເວລາອອກກິນເບ້ຍບຳນານ, ລະບອບນະໂຍບາຍທີ່ມີຕໍ່ແມ່ຍິງໃນໄລຍະຖືພາ ແລະ ເກີດລູກ. ນີ້ແມ່ນບັນດາບັນຫາໄດ້ຮັບຄວາມສົນໃຈຈາກ ສສຊ ຫລາຍທ່ານ ຍ້ອນມັນສົ່ງຜົນສະທ້ອນເຖິງຫລາຍດ້ານໃນຊີວິດສັງຄົມ. ສະມາຊິກສະພາແຫ່ງຊາດປະກອບຄຳເຫັນ ພາບປະກອບ:internet ກ່ຽວກັບບັນຫາເງິນເດືອນ ແລະ ລະດັບເງິນເດືອນພື້ນຖານ, ມີ ສສຊ ຫລາຍທ່ານຖືວ່າ: ຄວນຄົ້ນຄ້ວາເພື່ອເພີ່ມເຕີມບັນດາຂໍ້ກຳນົດລະອຽດກ່ຽວກັບເງິນເດືອນ. ສສຊ ບາງທ່ານມີຄຳເຫັນວ່າ: ຄວນກຳນົດຢ່າງລະອຽດກ່ຽວກັບເງິນເດືອນພື້ນຖານຕາມຊົ່ວໂມງເຮັດວຽກ ເພ່ືອຕອບສະຫນອງຄວາມຕ້ອງການຂອງຕະຫລາດແຮງງານ. ທ່ານນາງ Ngo Thi Minh ສສຊ ແຂວງ Tra Vinh ມີຄຳເຫັນວ່າ:
TAG
ສະມາຊິກສະພາແຫ່ງຊາດ
Related





