ນາຍົກລັດຖະມົນຕີອິນເດຍຢ້ຽມຢາມປາກິດສະຖານ
26/12/2015 08:34
(vovworld)- ວັນທີ 25/12, ນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ໄປຢ້ຽມຢາມນະຄອນ Lahore ຂອງປາກິດສະຖານ

ນາຍົກລັດຖະມົນຕີ ອິນເດຍ Narendra Modi ແລະ ນາຍົກ ລັດຖະມົນຕີ ປາກິດສະຖານ Nawaz Sharif. (vovworld)- ວັນທີ 25/12, ນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ໄປຢ້ຽມຢາມນະຄອນ Lahore ຂອງປາກິດສະຖານ ເພື່ອພົບປະກັບຄູ່ຕຳແຫນ່ງປະເທດເຈົ້າພາບ ທ່ານ Nawaz Sharif. ນີ້ແມ່ນການຢ້ຽມຢາມ ປາກິດສະຖານ ຄັ້ງທຳອິດຂອງນາຍົກລັດຖະມົນຕີ ອິນເດຍ ໃນເກືອບ 12 ປີຜ່ານມາ. ການພົບປະຄັ້ງນີ້ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນພິພາດກັນ Kashmir. ກ່ອນຫນ້ານັ້ນ ສອງຝ່າຍໄດ້ມີການພົບປະກັນຢູ່ນອກກອງປະຊຸມຄັ້ງທີ 21 ສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເມື່ອວັນທີ 30/11 ຜ່ານມາ. ການຢ້ຽມຢາມຂອງທ່ ານ Modi ດຳເນີນໄປພາຍຫລັງສອງສາມມື້ທີ່ສອງປະເທດຕົກລົງສືບຕໍ່ວິວັດການເຈລະຈາຮອບດ້ານຊື່ງເຄີຍຖືກຢຸດຕິພາຍຫລັງບັນດາເຫດບຸກໂຈມຕີໃສ່ສູນການຄ້າຢູ່ Mumbai ປະເທດອິນເດຍ ເມື່ອປີ 2008.
TAG
vovworld/ຄູ່ຕຳແຫນ່ງ
Related
More





