ນະຄອນໂຮ່ຈີມິນຖືກຈັດເຊົ້າ top 3 ຕະຫລາດອະສັງຫາລິມະຊັບດີສຸດຢູ່ອາຊີ-ປາຊີຟິກ
12/11/2019 10:45
(VOVWORLD) -ບົດລາຍງານການສຳຫລວດສັງຄົມປະກາດໃນວັນທີ 12 ພະຈິກ ໃຫ້ຮູ້ວ່າ:

ນະຄອນ ໂຮ່ຈີມິນ (ພາບ:TTXVN) ນະຄອນ ໂຮ່ຈີມິນ ຍາດໄດ້ອັນດັບ 3 ໃນບັນດາຕົວເມືອງມີສະພາບແວດລ້ອມແຫ່ງການລົງທຶນອະສັງຫາລິມະຊັບດີສຸດຢູ່ ພາກພື້ນ ອາຊີ - ປາຊິຟິກ, ຖັດຈາກ ສິງກະໂປ ແລະ ໂຕກຽວ ຂອງຍີ່ປຸ່ນ. ບົດລາຍງານໃຫ້ຮູ້ວ່າ: ຍ້ອນສະພາບພູມສາດການເມືອງຢູ່ພາກພື້ນພວມນັບມື້ນັບມີການປ່ຽນແປງຫລາຍຢ່າງ, ບັນດານັກລົງທຶນໄດ້ສຸມໃສ່ໄປຍັງບັນດາຕະຫລາດມີຄວາມສ່ຽງຫນ້ອຍກວ່າ. ນະຄອນ ໂຮ່ຈີມິນ ຢືນອັນດັບ 3, ຖັດມາແມ່ນ ນະຄອນ Sydney ແລະ Melbourne ຂອງອົດສະຕາລີ. ຮົ່ງກົງ ປະເທດຈີນ ຢືນອັນດັບສຸດທ້າຍໃນຕາຕະລາງຈັດອັນດັບ.
TAG
VOV/VOVworld/ປ່ຽນແປງ/ພູມສາດ
Related






