ນຳສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຫວຽດນາມ-ມາເລເຊຍໃຫ້ນັບມື້ນັບເຂົ້າສູ່ແທດຈິງແລະມີປະສິດທິຜົນ
28/08/2019 09:11
(VOVWORLD) -ທີ່ການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກແລະທ່ານນາຍົກລັດຖະມົນຕີມາເລເຊຍ MahathirMohamad, ໃນຕອນເຊົ້າວັນທີ 27 ສິງຫາ, ການນຳທັງສອງທ່ານໄດ້ເຫັນດີເປັນເອກະພາບລົງນາມໂຄງການດຳເນີນງານໃນການຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດໄລຍະ 2020-2025 ໂດຍໄວ.

ທີ່ການພົບປະ, ທ່ານ Mahathir Mohamad ນາຍົກລັດຖະມົນຕີມາເລເຊຍຢັ້ງຢືນວ່າມາເລເຊຍຍາມໃດກໍ່ຖືເປັນສຳຄັນຕໍ່ການເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ເປັນບ້ານໃກ້ເຮືອນຄຽງທີ່ສະໜິດສະໝົມແລະເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຢູ່ພາກພື້ນ, ພິເສດແມ່ນໃນຂອບເຂດປະຊາຄົມອາຊຽນ. ເມື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ, ການນຳທັງສອງທ່ານ ໄດ້ເຫັນດີເປັນເອກພາບເພີ່ມທະວີແລະເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດເລິກເຊິ່ງຕື່ມອີກຕາມທິດນັບມື້ນັບເຂົ້າສູ່ແທດຈິງ, ມີປະສິດທິຜົນກວ່າ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ສັນຕິພາບ, ການຮ່ວມມື, ພັດທະນາວັດຖະນາຖາວອນໃນພາກພື້ນແລະໃນໂລກ.ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກກໍ່ໄດ້ຢັ້ງຢືນວ່າ: ພັກຄອມມູນິດຫວຽດນາມ ມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ສຳພັນທະມິດແຫ່ງຄວາມຫວັງກຳອຳນາດຂອງມາເລເຊຍໃຫ້ຫຼາຍກວ່າອີກ. ການນຳສອງທ່ານໄດ້ເປັນເອກະພາບລົງນາມໃນໂຄງການດຳເນີນງານໃນການຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດໄລຍະ 2020-2025 ໂດຍໄວ, ໃນນັ້ນແມ່ນສຸມໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ເຮັດໃຫ້ການຮ່ວມມືດ້ານຍຸດທະສາດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເລິກເຊິ່ງ; ປັບປຸງການພົວພັນຄູ່ຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງຄື:ການຮ່ວມມືທາງທະເລ, ປ່ຽນໃໝ່ຢ່າງປະດິດສ້າງ, ວິທະຍາສາດ, ການສຶກສາ, ແຮງງານ.
TAG
VOV/VOVworld/ຍຸດທະສາດ/ຫວຽດນາມ/ມາເລເຊຍ
Related
More





