NatoແລະEUຮຽກຮ້ອງບັນດາຝ່າຍປະທະກັນຢູ່Macedoniaຕ້ອງລະງັບໃຈ
11/05/2015 10:30
(vovworld)- ວັນທີ 10/5, ບັນດາການນຳຂອງອົງການ NATO ແລະ ສະຫະພາບເອີລົບ (EU) ໄດ້ອອກສຽງຮຽກຮ້ອງບັນດາຝ່າຍປະທະກັນ

ກຳລັງຕຳຫລວດປ້ອງກັນຄວາມສະຫງົບ ຢູ່ ນະຄອນ Kumanovo, Macedonia ພາບ:baomoi.com (vovworld)- ວັນທີ 10/5, ບັນດາການນຳຂອງອົງການ NATO ແລະ ສະຫະພາບເອີລົບ (EU) ໄດ້ອອກສຽງຮຽກຮ້ອງບັນດາຝ່າຍປະທະກັນຢູ່ ສາທາລະນະລັດ Macedonia ຈົ່ງລະງັບໃຈ ພາຍຫລັງເກີດບັນດາເຫດປະທະກັນໃຊ້ຄວາມຮຸນແຮງໃນວັນທີ 9/5 ລະຫວ່າງ ຕຳຫລວດ ແລະ ກຸ່ມປະກອບອາວຸດກຸ່ມຫນຶ່ງ ຢູ່ ເທດສະບານ Kumanovo ເຮັດໃຫ້ຢ່າງຫນ້ອຍສຸດ 2 ຄົນຖືກເສຍຊີວິດ. ທ່ານເລຂາທິການໃຫຍ່ NATO Jens Stoltenberg ໄດ້ຮຽກຮ້ອງການນຳ ແລະ ປະຊາຊົນປະເທດນີ້ ຕ້ອງຮ່ວມມືເພື່ອຟື້ນຟູສະຖຽນລະພາບກໍຄືດຳເນີນການສືບສວນກໍລະນີດັ່ງກ່າວ. ສ່ວນທ່ານ Johannes Hahn ຂ້າຫລວງໃຫຍ່ກ່ຽວກັບບັນຫາເປີດກວ້າງຂອງ EU ສະແດງຄວາມວິຕົກກັງວົນ ພາຍຫລັງເກີດບັນດາການປະທະກັນຢູ່ Macedonia ພ້ອມທັງຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຫລິກລ້ຽງການປະທະກັນປີນຂັ້ນໄດ ເພື່ອຮັບປະກັນສະຖຽນລະພາບຂອງປະເທດນີ້.
TAG
vovworld/ປະທະກັນ
Related
More






