ງານຕະຫລາດນັດສິນຄ້າສົ່ງອອກ ນຳເຂົ້າ ຄູນຫມີງ
06/06/2012 11:19
ງານຕະຫລາດນັດສິນຄ້ານຳເຂົ້າສົ່ງອອກ ຄູນໝີງ ຄັ້ງທີ 20 ແລະ ງານວາງສະແດງສິນຄ້າບັນດາປະເທດ ອາຊີໃຕ້ຄັ້ງທີ 5 ຖືກໄຂຂຶ້ນຢູ່ ນະຄອນ ຄູນໝີງ ແຂວງ ຢູນຫນານ ປະເທດຈີນ

ງານຕະຫລາດນັດສິນຄ້ານຳເຂົ້າສົ່ງອອກ ຄູນໝີງ ຄັ້ງທີ 20 ພາບ:agritrade.com.vn (vovword)- ງານຕະຫລາດນັດສິນຄ້ານຳເຂົ້າສົ່ງອອກ ຄູນໝີງ ຄັ້ງທີ 20 ແລະ ງານວາງສະແດງສິນຄ້າບັນດາປະເທດ ອາຊີໃຕ້ຄັ້ງທີ 5 ຖືກໄຂຂຶ້ນຢູ່ ນະຄອນ ຄູນໝີງ ແຂວງ ຢູນຫນານ ປະເທດຈີນ. ເຂົ້າຮ່ວມພິທີໄຂ ມີທ່ານ ຮ່ວາງເມີງຝູ ຮອງປະທານແນວໂຮມປະເທດຈີນ, ການນຳລັດຖະບານ ແລະ ວິສາຫະກິດທີ່ມາຈາກ 30 ປະເທດ ແລະ ພາກພື້ນ. ຄະນະຜູ້ແທນລັດຖະບານ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ນຳຫນ້າເຂົ້າຮ່ວມງານຕະຫລາດນັດດັ່ງກ່າວ. ພາຍໃຕ້ຫົວຂໍ້ວ່າ: ການເຊື່ອມຈອດ, ການຮ່ວມມື”, ງານຕະຫລາດນັດດັ່ງກ່າວໄດ້ດຶງດູດນັກທຸລະກິດ 12.000 ຄົນ ດ້ວຍຮ້ານວາງສະແດງ 3000 ຮ້ານມາຈາກ 10 ປະເທດສະມາຊິກຂອງອາຊຽນ, 8 ປະເທດ ອາຊີໃຕ້ ແລະ ບັນດາປະເທດອື່ນຄື: ສເກົາຫລີ, ຍີ່ປຸ່ນ . ຄະນະວິສາຫະກິດຫວຽດນາມ ເຂົ້າຮ່ວມໃນງານວາງສະແດງດັ່ງກ່າວມີວິສາຫະກິດ 120 ກວ່າແຫ່ງ ດ້ວຍ ຮ້ານວາງສະແດງກວ່າ 250 ຮ້ານ ໂດຍວາງສະແດງສິນຄ້າຫລາຍປະເພດ ຄື: ຜະລິດຕະພັນກະເສດ, ອາຫານ, ເຄື່ອງສິລະປະຫັດຖະກຳ, ກາເຟ Trung Nguen, ເກີບ Bitis ແລະ ເຂົ້າໜົມ Kinh Do. ເມື່ອຕີລາຄາກ່ຽວກັບປະສິດທິຜົນຂອງບັນດາວິສາຫະກິດເຂົ້າຮ່ວມງານຕະຫລາດນັດຄັ້ງນີ້, ທ່ານນາງ Le Thi Ha ຮອງຜູ້ອຳນວຍການບໍລິສັດ ADPEX ໃຫ້ຮູ້ວ່າ:
TAG
ງານຕະຫລາດນັດ
Related
More





