VOV WorldVOV World
ງານວາງສະແດງຮູບພາບ 300 ແຜ່ນ ແລະ ຮູບເງົາເກືອບ 60 ເລື່ອງກ່ຽວກັບບັນດາຊົນເຜົ່າໃນປະຊາຄົມ ອາຊຽນ
26/10/2019 08:20
(VOVWORLD) -ຕອນຄ່ຳວັນທີ 25 ຕຸລາ, ທີ່ນະຄອນ ຍາຈາງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ແຄ໊ງຮ່ວາ ຈັດຕັ້ງພິທີໄຂງານວາງສະແດງຮູບພາບ ແລະ ຮູບເງົາສາລະຄະດີ - ເອກະສານກ່ຽວກັບປະເທດຊາດ, ປະຊາຊົນ; ປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ; ບັນດາຊົນເຜົ່າໃນປະຊາຄົມ ອາຊຽນ.
ງານວາງສະແດງຮູບພາບ 300 ແຜ່ນ ແລະ ຮູບເງົາເກືອບ 60 ເລື່ອງກ່ຽວກັບບັນດາຊົນເຜົ່າໃນປະຊາຄົມ ອາຊຽນ
 ງານວາງສະແດງຮູບພາບ 300 ແຜ່ນ ແລະ ຮູບເງົາເກືອບ 60 ເລື່ອງກ່ຽວກັບບັນດາຊົນເຜົ່າໃນປະຊາຄົມ ອາຊຽນ         ງານວາງສະແດງນີ້ ຈະແກ່ຍາວໄປຮອດວັນທີ 28 ຕຸລາ, ແນະນຳໃຫ້ມະຫາຊົນກ່ຽວກັບຄວາມງາມຂອງປະເທດຊາດ, ປະຊາຊົນໃນປະຊາຄົມ ອາຊຽນ, ບັນດາບັນຫາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຊົນເຜົ່າຕ່າງໆໃນປະຊາຄົມ ອາຊຽນ. ງານວາງສະແດງໄດ້ແນະນຳຮູບພາບປະມານ 300 ແຜ່ນ ແລະ ຮູບເງົາສາລະຄະດີ - ເອກະສານເກືອບ 60 ເລື່ອງ ທີ່ຍາດໄດ້ລາງວັນ ຫຼື ໄດ້ເຂົ້າຮອບຄັດເລືອກຂອງບັນດາງານມະໂຫລານສາກົນກ່ຽວກັບຮູບພາບ ແລະ ຮູບເງົາສາລະຄະດີ - ເອກະສານ ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານຈັດຕັ້ງໃນຊຸມປີມໍ່ໆມານີ້.
TAG
VOV/VOVworld/ງານວາງສະແດງ/ຮູບພາບ/ຮູບເງົາ/ຊົນເຜົ່າ/ອາຊຽນ

More