ອັງກິດ ສະເໜີ ຝຣັ່ງ ເລີ່ມເຄື່ອນໄຫວການເຈລະຈາຫລຸດຜ່ອນການກະທົບ ທີ່ອາດຈະເກີດຂຶ້ນພາຍຫລັງ Brexit ບໍ່ມີຂໍ້ຕົກລົງ
29/08/2019 07:36
(VOVWORLD) - ພະລາຊີນີແຫ່ງລາຊະອານາຈັກ ອັງກິດ Elizabeth II ໄດ້ຕົກລົງເຫັນດີຕາມການສະເໜີຂອງລັດຖະບານ ກ່ຽວກັບເລື່ອງໂຈະການເຮັດວຽກຂອງສະພາແຫ່ງຊາດ.

ວັນທີ 28 ສິງຫາ, ທ່ານ Stephen Barclay ລັດຖະມົນຕີຮັບຜິດຊອບ Brexit (ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ - ອີຢູ) ຂອງ ອັງກິດ ປະກາດວ່າ ຈະເຕືຶ້ອງເຖິງແຜນການທີ່ກ່ຽວຂ້ອງກັບເລື່ອງ ລອນດອນ ແລະ ປາຣີ ຄວນເລີ່ມເຄື່ອນໄຫວການເຈລະຈາໃນທັນທີ ແນໃສ່ຫລຸດຜ່ອນສະພາບການທີ່ຂາດຕອນ ເຊິ່ງອາດຈະເກີດຂຶ້ນໃນຈຸດເວລາສຸດທ້າຍວັນທີ 31 ຕຸລາ ຖ້າຫາກກໍລະນີ Brexit ບໍ່ມີຂໍ້ຕົກລົງ. ທ່ານ Stephen Barclay ລັດຖະມົນຕີຮັບຜິດຊອບ Brexit ຂອງ ອັງກິດ (ພາບ: AFP/ TTXVN) ແຈ້ງການຈາກຫ້ອງວ່າການລັດຖະມົນຕີໃຫ້ຮູ້ວ່າ: ໃນບົດກ່າວຄຳເຫັນທີ່ ປາຣີ, ທ່ານ Barclay ຈະ “ຍົກອອກບັນຫາທີ່ວ່າ ລາຊະອານາຈັກ ອັງກິດ ແລະ ຝຣັ່ງ ຕ້ອງກະກຽມໃຫ້ແກ່ກໍລະນີ (Brexit) ບໍ່ມີຂໍ້ຕົກລົງ ດ້ວຍວິທີເລີ່ມເຄື່ອນໄຫວບັນດາການເຈລະຈາ 2 ຝ່າຍກ່ຽວກັບວິທີຫລຸດຜ່ອນການກະທົບຂອງສິ່ງດັ່ງກ່າວໃນທັນທີ”. ພະລາຊີນີແຫ່ງລາຊະອານາຈັກ ອັງກິດ Elizabeth II (ພາບ:
TAG
VOV/VOVworld/ອັງກິດ/ຝຣັ່ງ/Brexit/ຂໍ້ຕົກລົງ
Related
More





