ນັກຮົບເກົ່າຮ່ວມແຮງຮ່ວມໃຈສ້າງການພົວພັນຫວຽດນາມ - ອາເມລິກາ
15/03/2016 09:29
ນັກຮົບເກົ່າຮ່ວມແຮງຮ່ວມໃຈສ້າງການພົວພັນຫວຽດນາມ - ອາເມລິກາ

ພາບປະກອບ (vovworld) - ຕອນເຊົ້າວັນທີ 14/3, ຢູ່ ຮ່າໂນ້ຍ, ສະມາຄົມ ຫວຽດນາມ - ອາເມລິກາ ແລະ ຄະນະນັກຮົບເກົ່າເພື່ອສັນຕິພາບ (VFP) ໄດ້ສົມທົບກັນຈັດຕັ້ງການເຈລະຈາດ້ວຍຫົວຂໍ້ວ່າ: “ບົດບາດຂອງນັກຮົບເກົ່າໃນການສ້າງນ້ຳໃຈມິດຕະພາບ ແລະ ການຮ່ວມມືສອງຝ່າຍ“. ນີ້ແມ່ນການເຄື່ອນໄຫວໃນຂອບເຂດລາຍການເຮັດວຽກຂອງຄະນະນັກຮົບເກົ່າເພື່ອສັນຕິພາບສາຂາ 160 ອາເມລິກາ - ຫວຽດນາມ. ທີ່ການເຈລະຈາ, ບັນດານັກຮົບເກົ່າ ຫວຽດນາມ ແລະ ອາເມລິກາ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບສາຍພົວພັນ ຫວຽດນາມ - ອາເມລິກາ; ບັນດາການທ້າທາຍທີ່ຍັງຄົງຄ້າງຍ້ອນຜົນຮ້າຍຢ້ອນຫຼັງຈາກສົງຄາມ… ນະທີ່ນີ້, ບັນດານັກຮົບເກົ່າ ອາເມລິກາສະແດງຄວາມສະເທືອນໃຈເມື່ອໄດ້ກັບຄືນ ຫວຽດນາມ; ພ້ອມທັງສະແດງຄວາມພາກພູມໃຈຕໍ່ການປ່ຽນແປງ, ການພັດທະນາຂອງປະເທດຊາດ ແລະ ຊາວ ຫວຽດນາມ ໃນພາລະກິດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເພື່ອສ້າງສາປະເທດ. ທ່ານ David Martin Anderson, ນັກຮົບເກົ່າ ອາເມລິກາ ທີ່ເຂົ້າຮ່ວມສົງຄາມຢູ່ ຫວຽດນາມໄລຍະ 1968-1969, ແບ່ງປັນວ່າ: “
TAG
vovworld
ຫວຽດນາມ - ອາເມລິກາ
Related
More




