ຍ້ອງຍໍຄູອາຈານ,ພະນັກງານຄຸມຄອງດີເດັ່ນກ່ຽວກັບກ່ຽວກັບການສຶກສານັກຮຽນພິການ
26/11/2015 10:49
(vovworld) - ໃນພິທີຍ້ອງຍໍຄູອາຈານ,ພະນັກງານຄຸ້ມຄອງດີເດັ່ນກ່ຽວກັບການສຶກສານັກຮຽນພິການ, ໃນຕອນເຊົ້າວັນທີ 26/11, ຢູ່ຮ່າໂນ້ຍ, ມີຄູອາຈານ 194 ຄົນໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີວ່າການກະຊວງສຶກສາ ແລະ ບຳລຸງສ້າງ.

ຍ້ອງຍໍຄູອາຈານ,ພະນັກງານຄຸມຄອງດີເດັ່ນ ກ່ຽວກັບກ່ຽວກັບການສຶກສານັກຮຽນພິການ (ພາບ: dantri) (vovworld) - ໃນພິທີຍ້ອງຍໍຄູອາຈານ, ພະນັກງານຄຸ້ມຄອງດີເດັ່ນກ່ຽວກັບການສຶກສານັກຮຽນພິການ, ໃນຕອນເຊົ້າວັນທີ 26/11, ຢູ່ຮ່າໂນ້ຍ, ມີຄູອາຈານ 194 ຄົນໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີວ່າການກະຊວງສຶກສາ ແລະ ບຳລຸງສ້າງ. ກ່າວຄຳເຫັນທີ່ພິທີ, ທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນທິເຫງັ້ຍ ຢືນຢັນວ່າ: ມີຫຼາຍນະໂຍບາຍກ່ຽວກັບການສຶກສາສຳລັບນັກຮຽນພິການ, ນະໂຍບາຍສຳລັບຄູອາຈານສິດສອນນັກຮຽນພິການ ໄດ້ຮັບການປະກາດໃຊ້ ແລະ ປະຕິບັດ, ສ້າງກາລະໂອກາດເພື່ອໃຫ້ເດັກພິການໄດ້ໄປໂຮງຮຽນ; ຊຸກຍູ້ການພັດທະນາການສຶກສາເຊື່ອມໂຍງເດັກພິການຢູ່ຫວຽດນາມ. ພິທີແມ່ນໂອກາດເພື່ອໃຫ້ບັນດາຄູອາຈານດີເດັ່ນໃນການສຶກສານັກຮຽນພິການຂອງທົ່ວປະເທດ ພົບປະແລກປ່ຽນບົດຮຽນຈາກພຶດຕິກຳຕົວຈິງຢູ່ທ້ອງຖິ່ນຕ່າງໆ ແລະ ລະດົມກຳລັງໃຈເຊິ່ງກັນແລະກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ຝຶກຝົນຫຼໍ່ຫຼອມ ເພື່ອປະຕິບັດສຳເລດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.
TAG
vovworld/vov/ຄູອາຈານ/ພະນັກງານ
Related
More






