ຍູ້ແຮງການຜັນຂະຫຍາຍບັນດາໜ້າທີ່ກໍ່ສ້າງລັດຖະບານເອເລັກໂຕນິກ ແລະ ປະຕິຮູບລະບຽບການບໍລິຫານ
29/08/2019 11:04
(VOVWORLD) - ວັນທີ 29 ສິງຫາ, ໜ່ວຍປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນທີ່ຂຶ້ນກັບສູນກາງ ກ່ຽວກັບສະພາບການຜັນຂະຫຍາຍ ບັນດາໜ້າທີ່ກໍ່ສ້າງລັດຖະບານເອເລັກໂຕນິກ ແລະ ປະຕິຮູບລະບຽບການບໍລິຫານ.

ການເຮັດວຽກມີການເຂົ້າຮ່ວມຂອງ 8 ທ້ອງຖິ່ນ ລວມມີ: ຮ່າໂນ້ຍ, ຫ໋າຍຟ່ອງ, ຝູເທາະ, ທ໊າຍງວຽນ, ບັກນິງ, ບັກຢາງ, ຫວີງຟຸກ ແລະ ຫ໋າຍເຢືອງ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໊ຽນຢຸງ (ພາບ:VGP) ທີ່ການເຮັດວຽກ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໊ຽນຢຸງ ເຮັດວຽກ ແລະ ຕີລາຄາໃນໄລຍະຜ່ານມາວ່າ: ບັນດາກະຊວງ, ສຳນັກງານອົງການໄດ້ສຸມໃສ່ຜັນຂະຫຍາຍບັນດາວຽກງານນີ້ ຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ຈາກນັ້ນ ມີບັນດາເນື້ອໃນ, ໜ້າທີ່ວຽກງານຫລາຍຢ່າງ ໄດ້ຮັບການຍູ້ແຮງໃນການຜັນຂະຫຍາຍກ່ຽວກັບລັດຖະບານເອເລັກໂຕນິກ ແລະ ການປະຕິຮູບລະບຽບການບໍລິຫານ. ມາຮອດປະຈຸບັນ, ບັນດາກະຊວງ, ອົງການທຽບເທົ່າກະຊວງທັງໝົດ ແລະ 56/63 ແຂວງ, ນະຄອນ ໄດ້ປະກາດໃຊ້ແຜນການ ແລະ ຜັນຂະຫຍາຍບັນດາໜ້າທີ່ກໍ່ສ້າງລັດຖະບານເອເລັກໂຕນິກ ແລະ ການປະຕິຮູບວຽກງານບໍລິຫານ.
TAG
VOV/VOVworld/ໜ້າທີ່/ລັດຖະບານເອເລັກໂຕນິກ/ປະຕິຮູບ/ລະບຽບການບໍລິຫານ
Related
More





