ໂຮນລັງຈັດຕັ້ງພິທີໄວ້ອາໄລບັນດາຜູ້ປະສົບເຄາະຮ້າຍໃນອຸບັດຕິເຫດເຮືອບິນMH17ຕົກ
24/07/2014 10:21
(vovworld)- ພິທີໄວ້ອາໄລບັນດາຜູ້ປະສົບເຄາະຮ້າຍໃນອຸບັດຕິເຫດເຮຶອບິນ MH 17 ຂອງບໍລິສັດການບິນ Malaysia Airlines ຕົກຢູ່ພາກຕາເວັນອອກ ຢູແກຼນ

ພິທີໄວ້ອາໄລດຳເນີນໄປໃນ 2 ຊົ່ວໂມງເຄິ່ງ ພາບ:tinmoi.vn (vovworld)- ພິທີໄວ້ອາໄລບັນດາຜູ້ປະສົບເຄາະຮ້າຍໃນອຸບັດຕິເຫດເຮຶອບິນ MH 17 ຂອງບໍລິສັດການບິນ Malaysia Airlines ຕົກຢູ່ພາກຕາເວັນອອກ ຢູແກຼນ ຖືກຈັດຂຶ້ນຢ່າງສົມກຽດໃນເວລາ 16 ໂມງ (ຕາມເວລາທ້ອງຖິ່ນ) ໃນວັນທີ 23/7 ຢູ່ ໂຮນລັງ. ທົ່ວປະເທດໂຮນລັງດຳເນີນການໄວ້ອາໄລ. ບັນດາເຮືອບິນ ແລະ ພາຫະນະສັນຈອນ ລ້ວນແຕ່ຕ້ອງຢຸດຕິການເຄື່ອນໄຫວ. ກະຈາຍສຽງ,ໂທລະພາບທຸກຊ່ອງຂອງ ໂຮນລັງ ລ້ວນແຕ່ຢຸດຕິບັນດາລາຍການບັນເທີງ. ອົງການປົກຄອງ, ອົງການທູຕານຸທູດ ແລະ ອົງການຕາງຫນ້າຂອງ ໂຮນລັງ ຢູ່ ຕ່າງປະເທດ ລ້ວນແຕ່ ຊັກທຸງຊາດລົງເຄິ່ງເສົາ. ສົບຂອງບັນດາຜູ້ປະສົບເຄາະຮ້າຍຖືກສົ່ງເຖິງຖານທີ່ໝັ້ນການທະຫານແຫ່ງຫນຶ່ງຢູ່ ນະຄອນ Hilversum ປະເທດໂຮນລັງເພື່ອຈຳຮູບຊົງ. ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rute ຢືນຢັນວ່າ: ພາຍຫລັງ ມີໝາກຜົນຈຳຮູບຊົງ ຈະແຈ້ງໃຫ້ຍາດຕິພິ່ນ້ອງຂອງບັນດາຜູ້ປະສົບເຄາະຮ້າຍຮັບຊາບ ແລະ ສຳລັບບັນດາກໍລະນີສັບສົນ ອາດຈະເສຍເວລາ 2,3 ອາທິດ ຊ້ຳບໍ່ໜຳ 2,3 ເດືອນຈຶ່ງ ຈຳຮູບຊົງໄດ້.
TAG
vovworld/ພິທີໄວ້ອາໄລ
Related






