ຕອນ​ຄ່ຳ​ວັນ​ທີ 11 ກໍ​ລະ​ກົດ, ວັນ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ດ່າ​ນັ້ງ 2026 (DIFF 2026) ໂດຍ​ນະ​ຄອນ​ດ່າ​ນັ້ງ ປະ​ສານ​ສົມ​ທົບ​ກັບ​ກຸ່ມ​ບໍ​ລິ​ສັດ Sun Group ຈັດ​ຂຶ້ນ ໄດ້​ດຳ​ເນີນ​ຄ່ຳ​ຄືນ​ຮອບ​ຊີງ​ຊະ​ນະ​ເລີດ​ດ້ວຍ​ຫົວ​ຂໍ້ “ຂອບ​ຟ້າ​ແຫ່ງ​ການ​ເຊື່ອມ​ໂຍງ”. ຄຳ​ຄືນ​ຮອບ​ຊີງ​ຊະ​ນະ​ເລີດ​ແມ່ນ​ລາຍ​ການ​ແຂ່ງ​ຂັນ​ສຸດ​ຍ້ອນ​ລະ​ຫວ່າງ​ສອງ​ທິມ​ຍິງ​ບັ້ງ​ໄຟ​ດອກ Jiangxi Yangfeng Art Display Co., Ltd (ຈີນ) ແລະ Macedos Pirotecnia (ໂປ​ໂຕ​ເກດ). ລາຍ​ການ​ສະ​ແດງ​ປະ​ສົມ​ປະ​ສານ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ດົນ​ຕີ ແລະ ແສງ​ສີ​ຂອງ​ທິມ​ໂປ​ໂຕ​ເກດ​ໄດ້​ນຳ​ຜູ້​ຊົມ​ຜ່ານ​ຫຼາຍ​ຄວາມ​ຮູ້​ສຶກ ແຕ່​ຮູ້​ສຶກລົງ​ລຶກ​ໃນ​ໃຈ ຈົນ​ຮອດ​ຄວາມ​ຮູ້​ສຶກ​ປະ​ທັບ​ໃຈ. ສິ້ນ​ສຸດ​ຄ່ຳ​ຄືນ​ຊີງ​ຊະ​ນະ​ເລີດ, ຄະ​ນະ​ຈັດ​ຕັ້ງ​ໄດ້​ປະ​ກາດ​ທິມ​ໂປ​ໂຕ​ເກດ​ຊະ​ນະ​ເລີດ​ການ​ແຂ່ງ​ຂັນ DIFF 2026.