OSCEຮຽກຮ້ອງການຢຸດຍິງຢ່າງທັນທີຢູ່ພາກຕາເວັນອອກຢູແກຼນເພື່ອຍົກຍ້າຍປະຊາຊົນໄປສູ່ເຂດປອດໄພ
05/02/2015 11:14
(vovworld)-ວັນທີ 4/2, ຜູ້ນຳຫນ້າຄະນະຜູ້ຕາງຫນ້າອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ (OSCE) ຢູ່ ຢູແກຼນ

ຍົກຍ້າຍປະຊາຊົນໄປເຖິງເຂດປອດໄພ ພາບ:TTXVN (vovworld)-ວັນທີ 4/2, ຜູ້ນຳຫນ້າຄະນະຜູ້ຕາງຫນ້າອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ (OSCE) ຢູ່ ຢູແກຼນ, ທ່ານ Ertugrul Apakan ຮຽກຮ້ອງສ້າງຕັ້ງເຂດມະນຸດສະທຳເພື່ອຍົກຍ້າຍປະຊາຊົນອອກຈາກເຂດ ສະພາວະການຮົບ ຢູ່ພາກຕາເວັນອອກຢູແກຼນ. ຕາມເຈົ້າຫນ້າທີ່ OSCE ແລ້ວ, ບັນດາຝ່າຍປະທະກັນຄວນຢຸດຕິການຍິງທຳລາຍໃສ່ບັນດາເຂດຊຸມຊົນຢ່າງທັນທີ, ຢຸດຕິທຸກການເຄື່ອນໄຫວດ້ານການທະຫານອື່ນ ເພື່ອຢຸດຍິງຊົ່ວຄາວ ແລະ ຍົກຍ້າຍສາມັນຊົນອອກຈາກເຂດສະພາວະການຮົບ. ຄະນະກຳມະການຕິດຕາມກວດກາຂອງ OSCE ພ້ອມແລ້ວ ຊຸກຍູ້ການປະຕິບັດ ແລະ ຮັກສາຄຳສັ່ງຢຸດຍິງ. ທ່ານເນັ້ນຫນັກວ່າ: ຄຳສັ່ງຢຸດຍິງ ຄວນປະຕິບັດຢ່າງທັນທີ ແລະ ແກ່ຍາວຢ່າງຫນ້ອຍສຸດໃນເວລາ 3 ວັນ.
TAG
vovworld/ປ້ອງກັນຄວາມສະຫງົບ
Related
More






